ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ - ຍີ່ປຸ່ນ

ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ - ຍີ່ປຸ່ນ - ảnh 1
ທ່ານ ຫງວຽນ​ແທ່ງ​ຮຶງ, ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ
(ພາບ: vietbao.vn)


(vovworld) – ຕອນ​ເຊົ້າວັນ​ທີ 15/01, ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ພາຍ​ໃນ ​ແລະ ສ່ືສານ​ຍີ່ປຸ່ນ ຈັດ​ຕັ້ງ​ເວທີ​ປາ​ໄສ ​ແລະ ງານ​ວາງສະ​ແດງ​​ເຕັກ​ໂນ​ໂລ​ຊີ​​ຖະ​ແຫຼງຂ່າວ, ສື່ສານ ຫວຽດນາມ - ຍີ່ປຸ່ນ. ກ່າວຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນ​ແທ່ງ​ຮຶງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຢືນຢັນ​ວ່າ, ​ໃນ​ຂົງ​ເຂດຖະ​ແຫຼງຂ່າວ, ສື່ສານ, ບັນດາ​​ໂຄງການ​ຮ່ວມ​ທຸລະ​ກິດ, ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ລ້ວນ​ແຕ່​ເຄື່ອນ​ໄຫວ​ຢ່າງ​ໝັ້ນຄົງ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ. ບັນດາ​ກຸ່ມ​ບໍລິສັດ​ໃຫຍ່, ບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂອງ 2 ປະ​ເທດ ພວມ​ຢື່ນ​ຢູ່​ຕໍ່​ໜ້າຄວາມ​ສາມາ​ດບົ່ມ​ຊ້ອນ ​ແລະ ​ແງ່​ຫວັງ​ຮ່ວມ​ມື​ໃໝ່. ທ່ານ ຫງວຽນ​ແທ່ງ​ຮຶງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເນັ້ນ​ໜັກ​ວ່າ.

        “ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ໂຄສະນາ​ກັບ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ນະ​ໂຍບາຍ​ພິ​ເສດ. ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ຈະ​ໂຄສະນາ​ການ​ນຳ​ໃຊ້​ເຕັກ​ໂນ​​​ໂລ​ຊີ​​ໃນ​ຂົງ​ເຂດ​ກະສິກຳ, ຄົມມະນາຄົມ, ສິ່ງ​ແວດ​ລ້ອມ… ນີ້​ກໍ່​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວິ​ສາ​ຫະກິດ, ອົງການ​ຂອງ​ຫວຽດນາມ. ກ່ຽວ​ກັບດ້ານ​ເນື້ອ​ໃນ ​ແລະ ​ໂທລະພາບ​ດີ​ຈີ​ຕອນ, ການຮ່ວມ​ມື ​ແລະ ທາ​ບທາມບົດຮຽນ​ຈາກ​ຍີ່ປຸ່ນ ຈະ​ຊ່ວຍ​ໃຫ້​ບັນດາ​ນັກ​ສະໜອງ​ການ​ບໍລິການ​ຢູ່​ຫວຽດນາມ ສາມາດ​ຂຸດ​ຄົ້ນ​ຮູບ​ແບບ​​​ບໍລິການ​ໃໝ່ຢ່າງ​ມີ​ປະສິດທິ​ຜົນ​. ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ຍີ່​ປຸ່ນ ພວມ​ແມ່ນ​ຕະຫຼາດ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດຜະລິດຊອບ​ແວ. ການຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ຄຸນ​ນະພາ​ບສູງ​ກັບ​ຍີ່ປຸ່ນ ຄວນສືບ​ຕໍ່​​​ໄດ້​ຮັບ​ການເພີ່ມ​ທະວີ​​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ”.

ຂ່າວ/ບົດ​ອື່ນ