ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ ແລະ ມຽນມາ

(VOVWORLD) - ວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ຕ້ອນຮັບທ່ານ Aung Soe, ຮອງລັດຖະມົນຕີກະຊວງພາຍໃນ ສາທາລະນະລັດ ສະຫະພັນ ມຽນມາ ມາເຂົ້າຮ່ວມການໂອ້ລົມສົນທະນາຄວາມໝັ້ນຄົງຂັ້ນຮອງລັດຖະມົນຕີ ຫວຽດນາມ - ມຽນມາ. 
ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ ແລະ ມຽນມາ - ảnh 1 2 ຝ່າຍໄດ້ຖ່າຍຮູບທີ່ລະນຶກພາຍຫຼັງການເຮັດວຽກ

ທ່ານລັດຖະມົນຕີ ໂຕເລີມ ໄດ້ສະເໜີໃຫ້ບັນດາອົງການກ່ຽວຂ້ອງຂອງ 2 ປະເທດເພີ່ມທະວີການຮ່ວມມືແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຕໍ່ສູ້, ປາບປາມອາດຊະຍາກຳປະເພດຕ່າງໆ, ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນວຽກງານ. ທ່ານລັດຖະມົນຕີ ໂຕເລີມ ເຊື່ອໝັ້ນວ່າ: ໄລຍະຈະມາເຖິງ ສອງຝ່າຍສືບຕໍ່ຮັກສາ ແລະ ປະຕິບັດກົນໄກໂອ້ລົມສົນທະນານັບມື້ນັບມີປະສິດທິຜົນກ່ວາ. ສ່ວນທ່ານຮອງລັດຖະມົນຕີກະຊວງພາຍໃນ ມຽນມາ ປາດຖະໜາວ່າ: ການພົວພັນຮ່ວມມືລະຫວ່າງ 2 ຝ່າຍສືບຕໍ່ພັດທະນາ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງ 2 ປະເທດ.

        ການໂອ້ລົມສົນທະນາຄວາມໝັ້ນຄົງຂັ້ນຮອງລັດຖະມົນຕີ ຄັ້ງທີ 5 ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ສ. ສະຫະພັນ ມຽນມາ ໄດ້ຮັບການຈັດຕັ້ງແຕ່ວັນທີ 10 -13 ກໍລະກົດຢູ່ຮ່າໂນ້ຍ. ທີ່ການໂອ້ລົມສົນທະນາ, ສອງຝ່າຍ ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ການຮ່ວມມືມີປະສິດທິຜົນໃນການປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ…

ຕອບກັບ

ຂ່າວ/ບົດ​ອື່ນ