ເພີ່ມທະວີການຮ່ວມມືປ້ອງກັນຊາດ ຫວຽດນາມ-ອິນເດຍ
ທ່ານພົນຕີເບ໋ຊວນເຈື່ອງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ
ແລະ ທ່ານພົນຕີ Nitin Kumar Kohli, ຫົວໜ້າກົມສື່ສານກອງທັບບົກອິນເດຍ
ພາບ:vovgiaothong.vn
(vovworld) – ຕອນບ່າຍວັນທີ 23/3, ຢູ່ ຮ່າໂນ້ຍ, ທ່ານພົນຕີ ເບ໋ຊວນເຈື່ອງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ Nitin Kumar Kohli, ຫົວໜ້າກົມສື່ສານກອງທັບບົກ ອິນເດຍ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນຕີ ເບ໋ຊວນເຈື່ອງ ຕີລາຄາສູງໝາກຜົນການເຮັດວຽກຂອງທ່ານພົນຕີ Nitin Kumar Kohli ແລະ ບັນດາສະມາຊິກຂອງຄະນະກັບກອງບັນຊາການສື່ສານຕິດຕໍ່ພົວພັນ ແລະ ປາດຖະໜາວ່າ: ກົມສື່ສານກອງທັບບົກ ອິນເດຍ ຈະຊ່ວຍ ຫວຽດນາມ ສ້າງລະບົບການສື່ສານຕິດຕໍ່ພົວພັນເປັນທັນສະໄໝ.
ທ່ານພົນຕີ Nitin Kumar Kohli ໄດ້ຮັບຮູ້ບັນດາຂໍ້ສະເໜີຂອງທ່ານພົນຕີ ເບ໋ຊວນເຈື່ອງ ແລະ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ ອິນເດຍ ຈະຈັດສົ່ງນັກຊ່ຽວຊານ, ຄູສອນມາ ຫວຽດນາມ ເຮັດວຽກກັບມະຫາວິທະຍາໄລສື່ສານຕິດຕໍ່ພົວພັນ.