ເພີ່ມທະວີການຮ່ວມມືລົງທຶນລະຫວ່າງບັນດາວິສາຫະກິດຍີ່ປຸ່ນແລະທ້ອງຖິ່ນຕ່າງໆຂອງຫວຽດນາມ
(ການໂອ້ລົມສົນທະນາລະຫວ່າງການນຳ
ບັນດາວິສາຫະກິດຍີ່ປຸ່ນ ແລະ ທ້ອງຖິ່ນຂອງຫວຽດນາມ)
(vovworld) - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ພັນລະຍາ ໃນລະຫວ່າງວັນທີ 16 – 17/01, ຕອນຄ່ຳວັນທີ 16/01, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາລະຫວ່າງການນຳບັນດາວິສາຫະກິດຍີ່ປຸ່ນ ແລະ ທ້ອງຖິ່ນຂອງຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນວັນຈູງ ໄດ້ເນັ້ນໜັກວ່າ, ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ແມ່ນໃຫຍ່ຫຼວງທີ່ສຸດ ແລະ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ, ກໍຄືໜູນຊ່ວຍ, ເຊື່ອມຕໍ່ກັບບັນດາແຂວງ, ນະຄອນໃນທົ່ວປະເທດ. ສ່ວນທ່ານຜູ້ຊ່ວຍວຽກນາຍົກລັດຖະມົນຕີຍີ່ປຸ່ນ Hiroto Izumi ຖືວ່າ, ນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ສະໜອງຂໍ້ມູນໃຫ້ວິສາຫະກິດຍີ່ປຸ່ນ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາ ກໍຄືນະໂຍບາຍປັງປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ.