ເພີ່ມທະວີການຮ່ວມມືລະຫວ່າງກອງທັບປະຊາຊົນສອງປະເທດຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືລະຫວ່າງກອງທັບປະຊາຊົນສອງປະເທດຫວຽດນາມ - ລາວ - ảnh 1
ການ​​​ໂອ້​ລົມ​ສົນທະນາ​ລະຫວ່າງ​ຄະນະ​ຫວ​ຽດນາມ ແລະ ລາວ
( ພາບ: vietnamplus.vn )


( vovworld ) -   ວັນ​ທີ 5/6, ຄະນະ​ພະນັກງານ​ກອງທັບ, ກົມ​ໃຫຍ່​ການ​ເມືອງ​ກ​ອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານ​ພົນ​ຈັດ​ຕະວາ Nguyen Xuan Nghi, ຫົວໜ້າ​ຫ້ອງການກົມ​ໃຫຍ່​ ນຳ​ໜ້າ​​ໄດ້ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 5 – 8/6. ທີ່​ການ​​​ໂອ້​ລົມ​ສົນທະນາ​ລະຫວ່າງ​ຄະນະ​ພະນັກງານ​ຫ້ອງການ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຄະນະ​ພະນັກງານ​ຫ້ອງການ​ກົມ​ໃຫຍ່​ການ​ເມືອງ, ກອງທັບ​ປະຊາຊົນ​ລາວ ​ໂດຍ​ທ່ານພັນ​ເອກ ສຸລິ​ພອນ ຄຳ​ພະຈັນ ນຳ​ໜ້າ, ສອງ​ຝ່າຍ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ​ທີ່ທີ່​ກ່ຽວຂ້ອງຂອງ​ປະ​ເທດກວ່າ​ອີກ, ​ເປັນ​ເສນາ​ທິການນຳສ​ະ​ເໜີ ​ແລະ ຕິດຕາມ​ວຽກ​ງານ​ຊອກ​ຫາ​ອັດ​ຖິທະຫານ​ອາສາ​ສະໝັກ ​ແລະ ຜູ້ຊ່ຽວຊານ​ຫວຽດນາມ​ ທີ່​ເສຍ​ສະຫຼະ​ຊີວິດ​ຢູ່​ລາວ. ສອງ​ຝ່າຍ​ກໍ​ເຫັນ​ດີ​ເປັນ​​ເອກະສັນ​ນຳ​ກັນ​ສືບ​ຕໍ່​ໂຄສະ​ນາ, ສຶກສາ​ກ່ຽວ​ກັບສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ພັກ, ລັດ, ກອງທັບ​ສອງ​ປະ​ເທດ​ໃຫ້​ແກ່​ລຸ້ນໜຸ່ມ. ວັນ​ທີ 6/6, ຄະນະ​ພະນັກງານ​ທະ​ຫານ, ກົມໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໄປ​​ຢ້ຽນຢາມແຂວງ ຈຳ​ປະ​ສັກ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຮ່ວມ​ມືຊອກ​ຫາ​ອັດ​ຖິທະຫານ​ອາສາ​ສະໝັກ ​ແລະ ຜູ້ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ສະ​ຫຼະ​ຊີວິດ​ໃນ​ປາງ​ສົງຄາມຢູ່​ລາວ.
ຂ່າວ/ບົດ​ອື່ນ