(VOVWORLD) -ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ.
ທີ່ການເຮັດວຽກ
(ພາບ: TTXVN)
|
ຕອນບ່າຍວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົ່າ ໄດ້ເຮັດວຽກກັບທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານສະພາແຫ່ງຊາດກຳປູເຈຍ Chheang Vun. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ ຫງວຽນວັນເຢົ່າ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ. ທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ ຫງວຽນວັນເຢົ່າ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ຊຸກຍູ້ການເປີດກວ້າງ, ຍົກສູງປະສິດທິຜົນການຮ່ວມມືຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາຢູ່ພາກພື້ນ ແລະ ສາກົນ.
ສ່ວນທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານສະພາແຫ່ງຊາດກຳປູເຈຍ Chheang Vun ໃຫ້ຮູ້ວ່າ, ສະພາແຫ່ງຊາດກຳປູເຈຍ ປາດຖະໜາຢາກສືບຕໍ່ມີກາລະໂອກາດຮໍ່າຮຽນເອົາບົດຮຽນໃນການຈັດຕັ້ງບັນດາເຫດການໃຫຍ່ຂອງຫວຽດນາມ ແລະ ຍາມໃດກໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ຢູ່ບັນດາເວທີປາໄສສາກົນກ່ຽວກັບສະພາແຫ່ງຊາດ ຄື: ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF).