ເພີ່ມທະວີການຮ່ວມມືລະຫວ່າງ ຄະນະເລຂາ ASEAN ແລະ AIPA

ເພີ່ມທະວີການຮ່ວມມືລະຫວ່າງ ຄະນະເລຂາ ASEAN ແລະ AIPA - ảnh 1

(ພາບ:baohiemxahoi.gov.vn)

( vovworld ) – ການປະຊຸມລະຫວ່າງ​ຄະນະ​ເລຂາ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ​ແລະ ຄະນະ​ເລຂາ​ສະມັດຊາ​ໃຫ່ຍລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) ຊື່​ງ​ໄດ້​ດຳ​ເນີນ​ໃນວັນ​ທີ 6/9 ຢູ່ Bali ປະ​ເທດ Indonexia ​ເພື່ອ​ແນ່​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ຊື່​ງກັນ ​​ໃນ​ວິວັດທະນາ​ການສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ທ່ານ Bagas Hapsoro ຮອງ​ເລຂາທິການ​ໃຫ່ຍ ASEAN ຢືນຢັນ​ວ່າ: ການສ້າງ​ປະຊາ​ຄົມ​ອາ​ຊຽນ ຮຽກຮ້ອງ​ໃຫ້​ມີ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ນິຕິ ​ບັນຍັດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ທ່ານຮອງເລຂາທິການ​ໃຫ່ຍ Bagas Hapsoro ຫວັງ​ວ່າ, ການ​ປະຊຸມ​ຈະ​ຊ່ວຍ​ໃຫ້​ສອງ​ອົງການ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ບົດບາດ, ໜ້າ​ທີ່​ຂອງ​ກັນ, ຈາກ​ນັ້ນຈະ​ກຳນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ພື້ນຖານ​ແຫ່ງ​ການ​ຮ່ວມ​ມື ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ເພີ່ມ​ທະວີ, ຕິດ​ພັນ​ການ​ເຄື່ອນ​ໄຫວ ​ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ ASEAN. ສ່ວນທ່ານ​ເລ​ຂາ​ທິການ​ໃຫ່ຍ​ອົງການ AIPA Antonio Cuenco ​ເນັ້ນໜັກ​ວ່າ ASEAN ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ວິວັດ​ທະນະ​ການ​ແຫ່ງການ​ພັດທະນາ​ເພື່ອ​ກາຍ​ເປັນ​ປະຊາ​ຄົມໝັ້ນຄົງ​ເຂັ້ມ​ແຂງ, ຕັ້ງໜ້າ ​ແລະ ວັດທະນະ​ຖາວອນ.

ຂ່າວ/ບົດ​ອື່ນ