ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ

(VOVWORLD) -  ວັນທີ 20 ກຸມພາ, ໃນຂອບເຂດການຢ້ຽມຢາມ ເຢຍລະມັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ພົບປະກັບທ່ານຮອງປະທານສະພາແຫ່ງຊາດສະຫະພັນ ເຢຍລະມັນ Hans-Peter Friedrich.
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ  ແລະ ທ່ານ Peter Altmaier ລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານສະຫະພັນ ເຢຍລະມັນ (VTV)

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA), ຄວນຊຸກຍູ້ ອີຢູ ລົງນານ ແລະ ໃຫ້ສັດຕະຍາບັນ EVFTA ໂດຍໄວ ເພື່ອຜົນປະໂຫຍດຂອງປະຊາຄົມວິສາຫະກິດ 2 ປະເທດ; ພ້ອມທັງແບ່ງປັນບົດບາດສຳຄັນຂອງບັນດາກົນໄກຫລາຍຝ່າຍ ແລະ ເຄົາລົບກົດໝາຍສາກົນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ຕີລາຄາສູງສະພາແຫ່ງຊາດ ເຢຍລະມັນ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບກັບ ອາຊຽນ ໃນສະພາແຫ່ງຊາດ ເຢຍລະມັນ ຍາມໃດກໍ່ຕິດຕາມສະພາບການຢູ່ທະເລຕາເວັນອອກ, ພ້ອມທັງສະເໜີຝ່າຍ ເຢຍລະມັນ ສືບຕໍ່ມີສຽງເວົ້າຢ່າງແຮງ ເພື່ອສະໜັບສະໜູນຫຼັກໝັ້ນອັນເປັນທຳຂອງ ຫວຽດນາມ ແລະ ອາຊຽນ ນັ້ນແມ່ນແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ບໍ່ນຳໃຊ້ກຳລັງອາວຸດ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ມຸ່ງໄປເຖິງກົດແຫ່ງການປະພຶດ COC ໂດຍໄວ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ໄດ້ເຮັດວຽກກັບທ່ານ Peter Altmaier ລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານສະຫະພັນ ເຢຍລະມັນ.

ນອກຈາກນັ້ນ, ຢູ່ສຳນັກງານກະຊວງການຕ່າງປະເທດ ເຢຍລະມັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ມມິນ ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas. ທີ່ການເຈລະຈາທັງສອງຝ່າຍໄດ້ເຫັນດີເປັນເອກະພາບຈະປັບປຸງ ແລະ ເພີ່ມທະວີເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດບົນຫຼາຍຂົງເຂດໃນໄລຍະຈະມາເຖິງ, ສ້າງຕັ້ງແຜນການເຄື່ອນໄຫວລະອຽດເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່າວອີກ. ສ່ວນ ເຢຍລະມັນ ໄດ້ຕີລາຄາສູງຄວາມສຳຄັນຂອງສົນທິສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - EU (EVFTA), ຢັ້ງຢືນວ່າຈະມານະພະຍາຍາມຊຸກຍູ້ການລົງນາມ ແລະ ຮັບຮອງເອົາ EVFTA ໂດຍໄວ. ນອກຈາກນີ້, ທັງສອງຝ່າຍເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື: ຕຸລາການ, ການປ້ອງກັນປະເທດ, ວິທະຍາສາດ - ເຕັກນິກ, ການບິນ…

ຕອບກັບ

ຂ່າວ/ບົດ​ອື່ນ