ເພີ່ມທະວີການຮ່ວມມືວິທະຍາສາດ ເຕັກນິກ ຫວຽດນາມ - ລາວ - ກຳປູເຈຍ

ເພີ່ມທະວີການຮ່ວມມືວິທະຍາສາດ ເຕັກນິກ ຫວຽດນາມ - ລາວ - ກຳປູເຈຍ - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ປະຈຳ​ປີຄັ້ງ​ທຳ​ອິດ
ລະຫວ່າງ 3 ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ
( ພາບ: chinhphu.vn )


(vovworld) - ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ນະຄອນ ດ່າ​ນັ້ງ, ​ໄດ້​ຈັກ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ປະຈຳ​ປີ​ຄັ້ງ​ທຳ​ອິດ, ດ້ວຍ​ຫົວ​ຂໍ້​ວ່າ: ”ບົດບາດ​ຂອງ 3 ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ ດ້ວຍ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ໃນ​ສະຖານະ​ການ​ໃໝ່”. ກອງ​ປະຊຸມ​ສຳ​ມະ​ນາ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ມາດຕາ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ປະຈຳ​ປີ ກ່ຽວ​ກັບ​ວິທະຍາສາດ​ສັງຄົມ ລະຫວ່າງ​ສາມ​ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ​, ເຊິ່ງ​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ວິທະຍາສາດ​ລະຫວ່າງ​ສະ​ຖາ​ບັນ​ວິທະຍາສາດສັງຄົມ ສາມ​ປະ​ເທດ​ໃຫ້​ເປັນ​ລະອຽດ. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ສູ​ມ​ໃສ່​ເນື້ອ​ໃນຕ່າງໆ​ເຊັ່ນ: ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຮ່ວມ​ມື​ທາງ​ດ້ານ​ວັດທະນະທຳ ​ແລະ ການ​ສຶກສາ; ການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ ​ເຕັກນິກ; ການ​ເຕີບ​ໂຕ​ຂຽວ​ຢູ່​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ… ທ່ານ Nguyen Quang Thuan, ຮອງ​ປະທານສະ​ຖາ​ບັນ​ວິທະຍາສາດ ສັງຄົມ ຫວຽດນາມ, ​ໃຫ້​ຮູ້​ວ່າ:

”ບັນດາ​ນັກວິທະຍາສາດ 3 ປະ​ເທດ​ປຶກສາ​ຫາລື​ໂດຍ​ກົງ ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ, ບັນຫາ​ສາມຫຼ່ຽມ​ພັດທະນາ; ບົດບາດ​ຂອງ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ, ບັນດາ​ບັນຫາ​ພັດທະນາ​ການ​ຮ່ວມ​ມື​ພັດທະນາ; ຜົນງານ​ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ຄົ້ນ​ຄ້ວາ​ວິທະຍາສາດ​ຂອງ​ສາມ​ປະ​ເທດ”.

ຂ່າວ/ບົດ​ອື່ນ