ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະສະຫະລັດອາຣັບເອມີເຣັດ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດອາຣັບເອມີເຣັດ
(vovworld) – ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດອາຣັບເອມີເຣັດ (UAE) Shikh Abdullad Bin Zayed An Nahyan ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຫວຽດນາມ ແຕ່ວັນທີ 10 – 11/5/2016. ຕອນບ່າຍວັນທີ 11/5, ໃນການຕ້ອນຮັບທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດອາຣັບເອມີເຣັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຕ້ອງຜັນຂະຫຍາຍບັນດາມາດຕະການລະອຽດເພື່ອຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ… ສູ້ຊົນນຳວົງເງິນການຄ້າ 2 ຝ່າຍບັນລຸ 10 ຕື້ USD ໃນໄລຍະຈະມາເຖິງ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດອາຣັບເອມີເຣັດ (UAE) Shikh Abdullad Bin Zayed An Nahyan ຢັ້ງຢືນລັດຖະບານ UAE ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດລະຫວ່າງ 2 ປະເທດ.
ກ່ອນໜ້ານັ້ນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດອາຣັບເອມີເຣັດ ໄດ້ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ.
ແລະກໍ່ໃນວັນດຽວກັນ, ທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດອາຣັບເອມີເຣັດ ແລະ ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີນຕ໋ວນແອງ ເປັນປະທານຮ່ວມກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມາທິການປະສົມ ຫວຽດນາມ - UAE.