ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງແຂວງກວາງນາມແລະເຊກອງ(ລາວ)
(ພາບປະກອບ)
(vovworld) - ວັນທີ 06/10 ຢູ່ແຂວງ ກວາງນາມ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງນາມ ອາຍຸການ 2016 – 2021. ທີ່ກອງປະຊຸມໃຫຍ່, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງນາມ ໄດ້ເນັ້ນໜັກເຖິງ ເລື່ອງຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືຮອບດ້ານ, ເຂົ້າສູ່ລວງເລິກສຳລັບແຂວງ ເຊກອງ (ລາວ). ໃນໄລຍະຈະມາເຖິງ, 2 ແຂວງ ກວາງນາມ ແລະ ເຊກອງ (ລາວ) ຈັດຕັ້ງການໂຄສະນາ, ເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍ, ບັນດາທັດສະນະປ່ຽນໃໝ່ໃນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃຫ້ພະນັກງານ, ສະມາຊິກສະມາຄົມ ກໍ່ຄືປະຊາຊົນໃນບໍລິເວນ. ທ່ານ ຄຳພຽມ ບົວລະພາ ຮອງເລຂາຜູ້ປະຈຳຄະນະ ພັກແຂວງ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງ ເຊກອງ ໃຫ້ຮູ້ວ່າ: ກວາງນາມ ແລະ ເຊກອງ ແມ່ນ 2 ແຂວງ ມີເສັ້ນຊາຍແດນຮ່ວມ, ປະຊາຊົນຢູ່ລຽບຕາມເສັ້ນຊາຍແດນມີຮີດຄອງປະເພນີ, ແບບແຜນການດຳລົງຊີວິດຄ້າຍຄືກັນ. ໃນຊຸມປີຜ່ານມາ, ກວາງນາມ ໄດ້ມານະພະຍາຍາມຊ່ວຍເຫຼືອປະຊາຊົນ ເຊກອງ ໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ໜູນໃຊ້ເຕັກໂນໂລຢີເຂົ້າການພັດທະນາເສດຖະກິດ - ສັງຄົມ…ຜ່ານນັ້ນ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນ ກວາງນາມ ແລະ ເຊກອງ ເວົ້າສະເພາະ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ເວົ້າລວມກ່ວາອີກ.