ເພີ່ມທະວີການຮ່ວມມືໃນພາກພື້ນ, ຊຸກຍູ້ເສດຖະກິດອາຊີພັດທະນາ
Xuab Dan ນັກຂ່າວ VOV ປະຈຳຈີນ -  
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai
ແລະ ຮອງນາຍົກລັດຖະມົນຕີຈີນ
(ພາບ: ອິນເຕີແນັດ)
( vovworld ) – ໃນຂອບເຂດເວທີປາໄສເສດຖະກິດປົວຢາວ ທີ່ພວມຈັດຂຶ້ນຢູ່ໄຮ່ໜານ ປະເທດຈີນ, ຕອນບ່າຍວັນທີ 2/4, ໄດ້ຈັດວາລະປຶກສາຫາລືກ່ຽວກັບອາຊຽນ ດ້ວຍຫົວຂໍ້ວ່າ: ເຂດການຄ້າເສລີອາຊຽນ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ. ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ຖືວ່າ ນັບແຕ່ປີ 1997, ການຮ່ວມມືໃນພາກພື້ນເພື່ອສ້າງປະຊາຄົມອາຊີຕາເວັນອອກ ສືບຕໍ່ໄດ້ຮັບການພັດທະນາ ຜ່ານບັນດາກົນໄກການຮ່ວມມືຢູ່ໃນຫຼາຍລະດັບທີ່ແຕກຕ່າງກັນ ເຊິ່ງໄດ້ຮັບການເລີ່ມຕົ້ນຈາກອາຊຽນ. ການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ວນຫຼາຍ ແມ່ນໄດ້ຮັບການປະຕິບັດຜ່ານກົນໄກ ອາຊຽນ+3 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ, ໃນນັ້ນ, ອາຊຽນ+3 ແມ່ນເຄື່ອງມືຕົ້ນຕໍ ຊື່ງອາຊຽນ ສວມບົດບາດສຳຄັນ, ສົມທົບກັບກົນໄກອາຊຽນ+1. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ໄດ້ເນັ້ນໜັກວ່າ ຖ້າສັນຍາການຄ້າເສລາອາຊີຕາເວັນອອກໄດ້ຮັບການສ້າງຂຶ້ນ, ນີ້ຈະແມ່ນເຂດການຄ້າເສລີໃຫ່ຍກ່ວາໝູ່ໃນໂລກ ດ້ວຍຕະຫຼາດມີຜູ້ຊົມໃຊ້ 2 ຕື້ຄົນ ແລະ GDP 10.000 ຕື້ USD. ທີ່ການປຶກສາຫາລື, ບັນດາຜູ້ແທນກໍຍົກອອກບັນດາຄຳເຫັນກ່ຽວກັບການທ້ອນໂຮມພາກພື້ນເປັນ ໜື່ງດຽວ, ໃນນັ້ນບັນດາການຜັນແປໃນໄລຍະມໍ່ໆມານີ້ ຢູ່ເຂດໃຊ້ສະກຸນເງິນເອີໂຮ ແມ່ນບົດຮຽນທີ່ຄວນເອົາໃຈໃສ່.
Xuab Dan ນັກຂ່າວ VOV ປະຈຳຈີນ