ເພີ່ມທະວີການຮ່ວມມີ ລະຫວ່າງຫວຽດນາມ- ຊູດັງໃນຫຼາຍຂົງເຂດ
(ພາບ: omard.gov.vn)
(vovworld)-ວັນທີ 18/4 ຢູ່ນະຄອນຫຼວງ Khactum ຂອງຊູດັງ, ຄະນະກຳມະການລັດຖະບານປະສົມລະຫວ່າງລັດຖະບານຫວຽດນາມ-ຊູດັງ ໄດ້ຈັດສະໄໝປະຊຸມຄັ້ງທີ 1, ປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ. ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານກະສິກຳ, ເຫັນດີຊຸກຍູ້ການເຈລະຈາເພື່ອມຸ້ງໄປເຖິງການລົງນາມໃນບັນດາເອກະສານ, ສັນຍາ ແລະ ຂໍ້ຕົກລົງການຮ່ວມມືຄືການຮ່ວມມືດ້ານຂົນສົ່ງທາງທະເລ, ຫລີກລ້ຽງການເກັບພາສີຊ້ອນ, ການອາລັກຂາການລົງທຶນ....ທ່ານດ່າວແທ່ງຈຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຊູດັງ ໃຫ້ຮູ້ວ່າ:
“ພາຍຫຼັງໄດ້ເຮັດວຽກເປັນເວລາ 3 ວັນ, ບົນຈິດໃຈມິດຕະພາບ, ຮ່ວມມື ແລະ ເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ສອງຝ່າຍໄດ້ແລກປ່ຽນບັນດາການກຳນົດທິດ ກໍ່ຄືມາດຕະການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ-ຊູດັງໃນບັນດາຂົງເຂດ: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ອຸດສາຫະກຳ, ວັດທະນະທຳ, ການສຶກສາ-ບຳລຸງສ້າງ...“./.