ເພີ່ມທະວີການຮ່ວມມື, ແລກປ່ຽນສາກົນເພື່ອ ພັດທະນາຂະແໜງ ນ້ຳມັນອາຍແກສ
(ພາບ: VGP/Nguyên Linh)
(vovworld)- ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ໄດ້ຢືນຢັນຄືດັ່ງກ່າວທີ່ກອງປະຊຸມ ແລະ ງານວາງສະແດງຂອງສະພານ້ຳມັນອາຍແກສອາຊຽນ (ASCOPE) ຄັ້ງທີ 10 ຈັດຂຶ້ນໃນຕອນເຊົ້າວັນທີ 28/11 ຢູ່ນະຄອນໂຮ່ຈິມິນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ໃຫ້ຮູ້ວ່າ: ຍາມໃດລັດຖະບານຫວຽດນາມ ກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຂະແໜງນ້ຳມັນອາຍແກສຫວຽດນາມ ພັດທະນາ, ຖືວ່າ, ນີ້ແມ່ນຂະແໜງນຳໜ້າຂອງເສດຖະກິດຂອງປະເທດຊາດ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງລວມຂອງພາກພື້ນ. ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຫວັງວ່າ ເຫດການນີ້ຈະຊ່ວຍເພີ່ມທະວີການຮ່ວມມື, ແລກປ່ຽນບັນດາເຕັກໂນໂລຊີທັນສະໄໝທີ່ສຸດ, ສົມທົບລະຫວ່າງບັນດາກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດໃນກຸ່ມ ສະພານ້ຳມັນອາຍແກສອາຊຽນ (ASCOPE) ກໍ່ຄືບັນດາກຸ່ມບໍລິສັດສາກົນ, ພິເສດແມ່ນໃນບັນດາເນື້ອໃນ: ສຳຫຼວດນ້ຳມັນອາຍແກສ, ຂຸດຄົ້ນ, ປຸງແຕ່ງ ແລະ ຂົນສົ່ງນ້ຳມັນອາຍແກສ.