ໝາກກ້ຽງຂອງຫວຽດນາມ
ພາບປະກອບ:internet
|
(vovworld)- ວັນທີ 20/5 ຢູ່ ຮ່າໂນ້ຍ, ກົມຊັບສິນທາງປັນຍາ ໄດ້ຈັດຕັ້ງກອງປະຊຸມສຳມະນາ“ປົກປ້ອງການແນະນຳທາງພູມສາດຂອງອາຊຽນຢູ່ຕະຫລາດສົ່ງອອກສິນຄ້າ ແລະ ຕະຫລາດມີຄວາມສາມາດບົ່ມຊ້ອນ” ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນມາຈາກອົງການຊັບສິນທາງປັນຍາບັນດາປະເທດໃນພາກພື້ນອາຊຽນ, ບັນດາສະຫະສະມາຄົມ, ໝູ່ບ້ານອາຊີບ, ເຂດພາກມີການແນະນຳທາງພູມສາດຂອງຫວຽດນາມ. ກອງປະຊຸມສຳມະນາແມ່ນກາລະໂອກາດເພື່ອໃຫ້ຜູ້ແທນບັນດາປະເທດອາຊຽນແລກປ່ຽນໂດຍກົງກັບຜູ້ຊ່ຽວຊານມາຈາກ ອີຢູ ກ່ຽວກັບລະບຽບການຈົດທະບຽນກໍຄືບົດຮຽນຈົດທະບຽນແນະນຳທາງພູມສາດຢູ່ເອີລົບ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນມາຈາກ ບຣູໄນ, ອິນໂດເນເຊຍ, ມ້ຽນມາ, ມາເລເຊຍ, ຟິລິບປີນ, ສິງກະໂປ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ໄດ້ແນະນຳກ່ຽວກັບການເຄື່ອນໄຫວປົກປ້ອງການແນະນຳທາງພູມສາດຂອງປະເທດຕົນ.