ເພີ່ມທະວີຄວາມສາມັກຄີມິດຕະພາບຫວຽດນາມ-ລາວ-ກຳປູເຈຍຢູ່ເຊີແນວ
ເພີ່ມທະວີຄວາມສາມັກຄີມິດຕະພາບຫວຽດນາມ-ລາວ-ກຳປູເຈຍຢູ່ເຊີແນວ
(ພາບ: Tố Uyên/Vietnam+)
(vovworld) – ຕອນບ່າຍວັນທີ 14/2, ຄະນະຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ (ປະເທດສະວິດ) ໄດ້ຈັດຕັ້ງການພົບປະແລກປ່ຽນ ກັບຄະນະຜູ້ຕາງໜ້າຂອງ ລາວ ແລະ ກຳປູເຈຍ ປະຈຳ ສະຫະປະຊາຊາດ ເນື່ອງໃນໂອກາດຕົ້ນລະດູບານໃໝ່. ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຈູງແທ່ງ ມີບົດກ່າວປາໄສສະແດງໃຫ້ເຫັນອາລົມຈິດສະໜິດສະໜົມກັບເພື່ອນລາວ ແລະ ກຳປູເຈຍ ທີ່ມາເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ ຢູ່ ເຊີແນວ. ທ່ານເອກອັກຄະລັດຖະທູດ Ney Samol, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ ປະຈຳ ເຊີແນວ ແລະ ເອກອັກຄະລັດຖະທູດ ລາວ ທອງພັນ ສະຫວັນເພັດ ລ້ວນແຕ່ສະແດງນ້ຳໃຈສາມັກຄີມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ແລະ ການພົບປະແລກປ່ຽນນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ 3 ປະເທດພ້ອມກັນເພີ່ມພູນຄູນສ້າງຄວາມສາມັກຄີຖານອ້າຍນ້ອງ ແລະ ການພັດທະນາ. ບັນດາເອກອັກຄະລັດຖະທູດຂອງ 3 ປະເທດລ້ວນແຕ່ຢາກໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ເວົ້າລວມ, ລະຫວ່າງ ຄະນະຜູ້ຕາງໜ້າ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ຢູ່ເຊີແນວເວົ້າສະເພາະໄດ້ຮັບການປັບປຸງທັງລວງກ້ວາງ ແລະ ລວງເລິກຢ່າງບໍ່ຢຸດຢັ້ງ.