ເພີ່ມທະວີຄວາມສາມັກຄີອາຊຽນ ເພື່ອປະຊາຄົມທີ່ກົມກຽວ ແລະ ສະຫງົບປອດໄພ

ເພີ່ມທະວີຄວາມສາມັກຄີອາຊຽນ ເພື່ອປະຊາຄົມທີ່ກົມກຽວ ແລະ ສະຫງົບປອດໄພ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ Phung Quang Thanh
(ພາບ: Vietnam+)


(vovworld) -     ກອງ​ປະຊຸມ​ແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ 2012 (ADMM Retreat) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/11, ຢູ່ນະຄອນ ຊຽມຣຽບ, ປະ​ເທດ​ກຳປູ​ເຈຍ ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ການ​ນຳ​ກຳລັງ​ປ້ອງ​ກັນ​ປະ​ເທດ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ Surin Pitsuwan. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ Phung Quang Thanh ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ດ້ວຍ​ຫົວ​ຂໍ້ “​ເພີ່ມ​ທະວີ​ຄວາມ​ສາມັກຄີ​ອາ​ຊຽນ ​ເພື່ອ​ປະຊາ​ຄົມທີ່​ກົມກຽວ ​ແລະ ສະຫງົບປອດ​ໄພ”, ADMM Retreat ​ສຸມ​ໃສ່​ຕີ​ລາຄາ ​ແລະ ຢືນຢັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມໝູ່​ຂອງ​ອາ​ຊຽນຄືນ​ໃໝ່ ​ໃນ​ຂົງ​ເຂດ​ຮ່ວມ​ມື​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ປີ 2012. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບຂອງ​ແຕ່ລະ​ປະ​ເທດ, ກໍ​ຄື​ບັນດາ​ສິ່ງ​ທ້າ​ທາຍ​ເຊິ່ງປະ​ເທດ ​ແລະ ພາກ​ພື້ນ​ພວມ​ຕ້ອງ​ປະ​ເຊີນ​ໜ້າ ​ແລະ ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ພາຍ​ໃນ​ກຸ່ມ ​ເພື່ອ​ມຸ້ງ​ໄປ​ເຖິງການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ພັດທະນາ. ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ໄດ້​ທົບ​ທ້ວນ​ຄືນ​ບັນດາ​ຜົນງານ​ຢ່າງ​ລະອຽດ​ເຊິ່ງບັນລຸ​ໄດ້​ໃນ​ປີ 2012 ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ກຸ່ມ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຫຼາຍທ່ານ ກໍ​ໄດ້​ປຶ​ກສາ​ຫາລື ​ແລະ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ “ການ​ເພີ່ມ​ທະວີຄວາມ​ສາມັກຄີ​ອາ​ຊຽນ ​ເພື່ອ​ປະຊາ​ຄົມ​ທີ່​ກົມ​ກຽວ ​ແລະ ສະຫງົບປອດ​ໄພ”… ຕອນ​ບ່າຍ​ວັນ​ດຽວ​ກັນ, ກອງ​ປະຊຸມ​ດຳ​ເນີນ​ທາ​ບທາມ​ຄວາມ​ເຫັນ​ລະຫວ່າງ​ບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ກັບທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນຊາດອາ​ເມ​ລິ​ກາ Leon Panetta ທີ່​ພວມ​ຢູ່​ຢ້ຽມຢາມ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ