(vovworld) - ຕອນບ່າຍວັນທີ 2/7, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານຫວຽດນາມ ໂດຍທ່ານ Nguyen Hoa Binh, ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນ ສປປ ເກົາຫຼີ (ຫຼື GFTUK) ໂດຍທ່ານ Han U Phal, ຮອງປະທານ GFTUK ເປັນຫົວໜ້າຄະນະ, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ (ແຕ່ວັນທີ 1 – 5/7) ຕາມຄຳເຊື້ອເຊີນຂອງສະຫະພັນໃຫຍ່ແຮງງານຫວຽດນາມ. 2 ຝ່າຍໄດ້ເປັນເອກະສັນກັນວ່າ: ໃນໄລຍະຈະມາເຖິງ, ຈະເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ອົງການກຳມະບານກ່ວາອີກ ຜ່ານບັນດາການເຄື່ອນໄຫວອັນແທດຈິງ, ມີປະສິດທິຜົນ, ເພື່ອສິດ ແລະ ຜົນປະໂຫຍດອັບຊອບທຳຂອງຜູ້ອອກແຮງງານ, ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືໃນຂົງເຂດຄົ້ນຄ້ວາ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບັນດາຄະນະຜູ້ແທນ. 2 ຝ່າຍເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ ການສົມທົບກັນ, ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈະໄດ້ຮັບການເພີ່ມທະວີ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ພັກ, 2 ລັດ.