ກອງປະຊຸມຈັດຕັ້ງໃນວັນທີ 11/10
|
(vovworld) - ໃນຂອບເຂດແຜນການເຄື່ອນໄຫວຄູ່ຮ່ວມມືຮອບດ້ານ ຫວຽດນາມ - ແດນມາກ, ຕອນບ່າຍວັນທີ 11/10, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນໄດ້ສົມທົບກັບກະຊວງການຕ່າງປະເທດ ແດນມາກ ຈັດຕັ້ງກອງປະຊຸມຄັ້ງທີ 5 ຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ແດນມາກ. 2 ຝ່າຍໄດ້ຮັບຮູ້ບັນດາບາດກ້າວພັດທະນາຢ່າງວ່ອງໄວໃນການພົວພັນຮ່ວມມືເສດຖະກິດ - ການຄ້າ 2 ຝ່າຍລະຫວ່າງ 2 ປະເທດ ໃນໄລຍະມໍ່ໆມານີ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈີ໋ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ມາຮອດປະຈຸບັນ, ບັນດາໂຄງການມີເງິນລົງທຶນຂອງແດນມາກ ລ້ວນແຕ່ເສີມຂະຫຍາຍຄຸນປະໂຫຍດຢ່າງແທດຈິງ, ປະກອບສ່ວນຊຸກຍູ້ເສດຖະກິດຢູ່ບັນດາເຂດຜັນຂະຫຍາຍໂຄງການ:
“ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສືບຕໍ່ນຳໃຊ້ບັນດາການໜູນຊ່ວຍ ຢ່າງມີປະສິດທິຜົນ ແລະ ປາດຖະໜາວ່າລັດຖະບານແດນມາກ ສືບຕໍ່ສະຫງວນໃຫ້ແກ່ລັດຖະບານ ຫວຽດນາມ, ບັນດາບ້ວງເງິນຊ່ວຍເຫຼືອລ້າ ແລະ ບັນດາບ້ວງເງິນກູ້ຢຶມບຸລິມະສິດອື່ນໆອີກ ເພື່ອໃຫ້ ຫວຽດນາມ ມີແຫຼ່ງກຳລັງປະຕິບັດບັນດາໜ້າທີ່ຂອງຕົນຕື່ມອີກ. ພິເສດແມ່ນບັນດາບັນຫາທີ່ ຫວຽດນາມ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃນປະຈຸບັນຄື: ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕແບບຍືນຍົງ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ບັນດາບັນຫາກ່ຽວກັບພື້ນຖານໂຄງລ່າງ ກໍ່ຄືບັນດາເຂດພາກທີ່ຍັງປະສົບກັບຄວາມຫຍຸ້ງຍາກ.”