ເພີ່ມທະວີຊຸກຍູ້ການຄ້າລະຫວ່າງຫວຽດນາມ ແລະ ບຣູໄນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
|
(vovworld)- ຕອນບ່າຍວັນທີ 27/2 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ບຣູໄນ Pehin Dato Lim Jock Seng ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມືສອງຝ່າຍຫວຽດນາມ -ບຣູໄນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຫວຽດນາມ ຊົມເຊີຍ ແລະ ລໍຖ້າ ກະສັດ ບຣູໄນ ມາຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ APEC 2017. ທ່ານນາຍົກລັດຖະມົນຕີ ສະເຫນີ: ສອງປະເທດ ວາງອອກບັນດາມາດຕະການເພີ່ມທະວີການຊຸກຍູ້ການຄ້າໃນໄລຍະຈະມາເຖິງ ແລະ ສະເຫນີ ບຮູໄນສ້າງເງື່ອນໄຂເພື່ອໃຫ້ບັນດາບໍລິສັດສະມາຊິກຂອງກຸ່ມບໍລິສັດນ້ຳມັນອາຍແກສຫວຽດນາມ ເຂົ້າຮ່ວມບັນດາໂຄງການສຳຫລວດ, ຂຸດຄົ້ນ ແລະ ສະຫນອງບັນດາບໍລິການນ້ຳມັນມີຄຸນນະພາບສູງຢູ່ ບຣູໄນ. ທ່ານນາຍົກລັດຖະມົນຕີ ສະເຫນີສອງຝ່າຍສືບຕໍ່ສະຫນັບສະຫນູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ.