ເພີ່ມທະວີປະສິດທິຜົນການປະສານງານແລະຮ່ວມມືສາກົນໃນວຽກງານຄົນພິການ

(VOVWORLD) -ປະຈຸບັນ ງົບປະມານແຫ່ງລັດ ໄດ້ແກ້ໄຂການໜູນຊ່ວຍສັງຄົມໃນແຕ່ລະເດືອນໃຫ້ແກ່ຄົນພິການປະມານ 1,1 ລ້ານຄົນ, ດ້ວຍຍອດຈຳນວນເງິນປະມານ 15.000 ຕື້ດົ່ງ/ປີ.

ເພີ່ມທະວີປະສິດທິຜົນການປະສານງານແລະຮ່ວມມືສາກົນໃນວຽກງານຄົນພິການ - ảnh 1 ທີ່ກອງປະຊຸມສຳມະນາ

(ພາບ: dangcongsan.vn)

ວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈັດກອງປະຊຸມສຳມະນາ “ເພີ່ມທະວີປະສິດທິຜົນການປະສານງານ ແລະ ຮ່ວມມືສາກົນໃນວຽກງານຄົນພິການ”.

        ຕາມບົດລາຍງານທີ່ກອງປະຊຸມສຳມະນາ, ປະຈຸບັນ ງົບປະມານແຫ່ງລັດ ໄດ້ແກ້ໄຂການໜູນຊ່ວຍສັງຄົມໃນແຕ່ລະເດືອນໃຫ້ແກ່ຄົນພິການປະມານ 1,1 ລ້ານຄົນ, ດ້ວຍຍອດຈຳນວນເງິນປະມານ 15.000 ຕື້ດົ່ງ/ປີ. ຕາມທ່ານ ຫງວຽນວັນໂຮ່ຍ, ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການຫວຽດນາມ ແລ້ວ, ເພື່ອໃຫ້ບັນດານະໂຍບາຍໜູນຊ່ວຍຄົນພິການນຳມາເຊິ່ງປະສິດທິຜົນນັ້ນ, ຄວນເອົາໃຈໃສ່ປະຕິບັດ 3 ບັນຫາຮີບດ່ວນ. ທ່ານກ່າວວ່າ.

        “ພວກຂ້າພະເຈົ້າຖືວ່າ ບັນຫາໃຫຍ່ທີ່ສຸດໃນປະຈຸບັນແມ່ນຄົ້ນຄວ້າ, ປັບປຸງນະໂຍບາຍໜູນຊ່ວຍກ່ຽວກັບເງິນອຸດໜູນ, ໜູນຊ່ວຍສັງຄົມຕາມຂໍ້ກຳນົດຂອງດຳລັດເລກທີ 136. ທີ່ 2 ແມ່ນ, ຕ້ອງເພີ່ມທະວີການໜູນຊ່ວຍໃຫ້ກຸ່ມເດັກທີ່ເປັນໂລກຊຶມເສົ້າ, ມີບັນດານະໂຍບາຍໜູນຊ່ວຍດ້ານການເບິ່ງແຍງດູແລ, ການສຶກສາ, ຟື້ນຟູສະມັດຕະພາບຄົນພິການ ແລະ ພິເສດແມ່ນເຄືອຂ່າຍບັນດາຮາກຖານສະໜອງການບໍລິການໜູນຊ່ວຍເດັກນ້ອຍທີ່ເປັນໂລກຊຶມເສົ້າ. ແລະທີ 3 ແມ່ນໜູນຊ່ວຍທາງຄົມມະນາຄົມໃຫ້ຄົນພິການໄດ້ເຄື່ອນໄຫວ”.

ຕອບກັບ

ຂ່າວ/ບົດ​ອື່ນ