ເພີ່ມທະວີວຽກງານຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວປີ 2012

ເພີ່ມທະວີວຽກງານຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວປີ 2012 - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 5/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ວິ​ສາ​ຫະກິດ​ທ່ອງທ່ຽວ ​ເພື່ອ​ຮັບ​ໃຊ້​ໃຫ້​ວຽກ​ງາ​ນຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການທ່ອງທ່ຽວ ​ແລະ ກອງ​ປະຊຸມ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ການທ່ອງ​ທ່ຽວປີ 2012 ຢູ່​ເຂດ​ພາກ​ເໜືອ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຢີ​ນ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ທ່ານລັດຖະມົນຕີກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ຮ່ວາງ​ຕ໋ວນແອງ (Hoang Tuan Anh)​ ​ໄດ້ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ. ປີ 2012 ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ສູ້​ຊົນຕ້ອນຮັບນັກ​ທ່ອງ​ທ່ຽວ​ສາກົນ​​ໃຫ້ໄດ້ 6,6 ລ້ານ​ເທື່ອຄົນ, ​ແຂກ​ທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ 22 ລ້ານ​ເທື່ອ​ຄົນ. ​ໃນ 10 ​ເດືອນ​ຕົ້ນ​ປີ 2012, ຍອດ​ລາຍ​ຮັບ​ຂອງ​ທົ່ວ​ຂະ​ແໜງ​ບັນລຸ​ໄດ້ 110​.000 ຕື້​ດົງ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​​ໄລຍະ​ດ່ຽວ​ກັນຂອງ​ປີ 2011. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່​ແອ​ງຕ໋ວນ ​ເນັ້ນ​ໜັກ​ວ່າ.

“ວິ​ສາ​ຫະກິດທ່ອງ​ທ່ຽວ​ຫວຽດນາມ ​ແມ່ນ​ພາກສ່ວນທີ່​ເປັນ​ພື້ນຖານ​​ໃນ​ການຕັດສິນ​ການ​ພັດທະນາ​ຂອງ​ຂະ​ແໜງການທ່ອງທ່ຽວ​ຫວຽດນາມ, ມີ​ການ​ພັດທະນາ​​ດ້ານ​ຈຳນວນ, ​ຄຸນ​ນະພາ​ບ​ເພີ່ມ​ຂຶ້ນ ​ແຕ່​ຍັງ​ຖື​ລັກສະນະກຸ້ມ​ຕົນ​ເອງ. ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ພັດທະນາ​ຢ່າງ​ໝັ້ນ​ຄົງ, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ປະກອບວິທີ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງ​ທ່ຽວ”.

ທີ່​ກອງ​ປະຊຸມ, ​​ບັນດາ​​ວິ​ສາ​ຫະກິດ​​ໄດ້​ປະກອບຫຼາຍ​ຄຳ​​ເຫັນ​ໃຫ້​ແກ່​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຂະແໜງການທ່ອງທ່ຽວ​ຫວຽດນາມ, ພິ​ເສດ​ແມ່ນ​ຊຸກຍູ້​ບັນດາ​ເຄື່ອງໝາຍ​ການ​ຄ້າ​ຢ່າງແຂງ​​ແຮງ, ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຂະ​ແໜງການທ່ອງທ່ຽວ​ຫວຽດນາມ; ພັດທະນາ​ວິ​ສາ​ຫະກິດ​ຕາມ​ທິດ​ຫັນ​ເປັນທັນ​ສະ​ໄໝ ​ແຕ່​ຍັງ​ຄົງ​ຮັກສາ​ໄດ້​ສີສັນ​ວັດທະນະທຳ​ຂອງ​ຊາດ; ຍົກ​ສູງ​ລັກສະນະ​ວິຊາ​ການ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທ່ອງ​ທ່ຽວ.
ຂ່າວ/ບົດ​ອື່ນ