ເພີ່ມທະວີສິດອຳນາດຂອງອົງການຄຸ້ມຄອງລັດກ່ຽວກັບອຸຕຸນິຍົມ,ອຸທົກກະສາດ

ເພີ່ມທະວີສິດອຳນາດຂອງອົງການຄຸ້ມຄອງລັດກ່ຽວກັບອຸຕຸນິຍົມ,ອຸທົກກະສາດ - ảnh 1
(ພາບປະກອບ)

​(vovworld) - ຕອນ​ບ່າຍວັນ​ທີ 24/06, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍອຸຕຸ​ນິຍົມ, ອຸ​ທົກ​ກະສາ​ດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ​້ວຍອຸ​ຕຸ​ນິຍົມ, ອຸ​ທົກ​ກະສາ​ດ ປ່ຽນ​ແທນ​ໃຫ້ລັດຖະດຳລັດ​​ຄຸ້ມ​ຄ​ອງການ​ຂຸດ​ຄົ້ນ ປົກ​ປັກ​ຮັກສາ​ກິດຈະກຳອຸ​ຕຸ​ນິຍົມ, ອຸ​ທົກ​ກະສາ​ດປີ 1994. ຮ່າງ​ກົດ​ໝາຍວ່າດ້ວຍອຸ​ຕຸ​ນິຍົມ, ອຸ​ທົກ​ກະສາ​ດ ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເປັນ​ປະທານ​ຮຽບຮຽງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ, ສັງຄົມ, ປ້ອງ​ກັນ, ​ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

      ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ໃນ​ຮ່າງ​ກົດໝາຍ ຕ້ອງ​ຍົກ​ອອກ​ບັນດາ​ຂໍ້​ກຳ​ນົດ, ມາດຕະຖານ​ເພື່ອ​​ໃຫ້​ການພະຍາກອນ​ມີ​ຄວາມ​ຊັດ​ເຈນ, ພ້ອມ​ກັນ​ນັ​້ນກໍ່​​ຕ້ອງ​ມີ​​ລະບອບປັບ​ໄໝ​ຢ່າງ​ແຮງ… ສຳລັບ​ກໍລະນີ​ພະຍາກອນ​ບໍ່​ຊັດ​ເຈນ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮຽກ​ຮ້ອງ​ວ່າ, ​ໃນ​ຮ່າງ​ກົດໝາຍ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລະບອບ​ເກື້ອກຸນ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ຂົງ​ເຂດ​ນີ້, ພິ​ເສດ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼິກ, ​ເຂດຊາຍ​ແດນ, ​ເຂດ​ທະ​ເລໝູ່​ເກາະ. ທ່ານ​ນາງ ຮ່ວາງ​ທິ​ໂຕ​ງາ, ສະມາ​ຊິກສະພາ​ແຫ່ງ​ຊາດ​ ນະຄ​​ອນນາມ​ດິ້ງ ຖື​ວ່າ.

      “​ໃນ​ຮ່າງ​ກົດໝາຍ, ຕ້ອງ​ເພີ່ມ​ທະວີ​ບົດບາດ, ໜ້າ​ທີ່​ຮັບຜິດຊອບ ​ແລະ ສິດອຳນາດ​ຂອງ​ອົງການ​ຄຸ້ມຄ​ອງລັດ ກ່ຽວ​ກັບ​ອຸຕຸ​ນິຍົມ, ອຸ​ທົກ​ກະສາ​ດ ສຳລັບ​ບັນດາ​ຫົວໜ່ວຍ​ບໍລິຫານ. ກ່ຽວ​ກັບ​ການ​​ໃຫ້ຂ່າວ​ອຸຕຸ​ນິຍົມ, ອຸ​ທົກ​ກະສາ​ດ, ຕາມ​ຂ້າພະ​ເຈົ້າ​ແລ້ວ ອົງການທີ່​ຂຶ້ນ​ກັບ​ລະບົບ​​​ພະຍາກອນ​ອຸ​ຕຸ​ນິຍົມ,ອຸ​ທົກ​ກະສາ​ດແຫ່ງ​ຊາດ ພຽງ​ແຕ່​ສ້າງ​ລາ​ຍການ, ​ພະຍາກອນ ຫຼັງ​ຈາກ​ນັ້ນ​ມອບ​ໃຫ້​ບັນດາ​ອົງການ​ສ່ື​ມວນ​ຊົນ​ໃຫ້​ຂ່າວຈະ​ບັນລຸ​ປະສິດທິ​ຜົນ ​ແລະ ສະດວກ​ກວ່າ”.

   ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ​ກ່ຽວ​ກັບການ​ອະນຸມັດ​ຜ່ານ​ເລື່ອງ​ແຕ່ງ​ຕັ້ງຜູ້​ພິພາກສາ​ ສານ​ປະຊາຊົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ