ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ
Samdech Hun Sen ແລະ ທ່ານ ເຈືອງມີງຕ໋ວນ
(ພາບ: ປະຊາຊົນ)
(vovworld) - ຕອນບ່າຍວັນທີ 22/09, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ ທ່ານ Samdech Hun Sen ໃຫ້ການຕ້ອນຮັບທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ນຳໜ້າຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ: 2 ຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ໂຄສະນາ, ຊ່ວຍເຫຼືອ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ວາອີກ ໃນການຮ່ວມມື, ແລກປ່ຽນໃນຂົງເຂດຖະແຫຼງຂ່າວ, ສື່ສານ, ຜ່ານນັ້ນ ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດນັບມື້ນັບດີງາມກ່ວາ.
ສວ່ນທ່ານລັດຖະມົນຕີ ເຈືອງມີງຕ໋ວນ ກໍ່ຂອບໃຈທ່ານນາຍົກລັດຖະມົນຕີ Hun Sen ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໜູນຊ່ວຍ, ສະໜັບສະໜູນໃຫ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ກຳປູເຈຍ ໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານໃນໄລຍະຜ່ານມາ; ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກທ່ານນາຍົກລັດຖະມົນຕີໃນໄລຍະຈະມາເຖິງ.