ເພີ່ີມລັກສະນະເປັນເຈົ້າການ,ມີຫົວຄິດປະດິດສ້າງໃຫ້ນັກສຶກສາ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລໂຕນດຶກຖັ໋ງ
(ພາບ: dantri.com.vn)
(vovworld) - ກ່າວຄຳເຫັນເມື່ອລົງຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລໂຕນດຶກຖັ໋ງ, ນະຄອນໂຮ່ຈິມິນ, ວັນທີ 6/4, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ຮູບແບບການບຳລຸງສ້າງຂອງມະຫາວິທະຍາໄລໂຕນດຶກຖັ໋ງ ຄວນສືບຕໍ່ປັບປຸງ ເພື່ອເພີ່ມລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງໃຫ້ນັກສຶກສາກ່ວາອີກ. ນີ້ແມ່ນປັດໃຈທີ່ຈຳເປັນເພື່ອໃຫ້ນັກສຶກສາເມື່ອຮຽນຈົບສາມາດຊອກຫາວຽກເຮັດງານທຳຢ່າງເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມສາມາດ ທີ່ນັບມື້ນັບເຄັ່ງຄັດ ໃນວິວັດທີ່ຫວຽດນາມ ພວມເຊື່ອມໂຍງເຂົ້າກັບເສດຖະກິດສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ສະເໜີ, ບັນດາຄູອາຈານຕ້ອງອັບເດັດຂໍ້ມູນຂ່າວສານເປັນປະຈຳ, ແລກປ່ຽນບົດຮຽນ, ຮ່ວມມືກັບສາກົນ ແລະ ເປີດກ້ວາງການຄົ້ນຄ້ວາຕາມທິດພຶດຕິກຳຕົວຈິງ ເພື່ອສາມາດນຳຜົນແຫ່ງການຄົ້ນຄ້ວາເຂົ້າໝູນໃຊ້ໃນພຶດຕິກຳຕົວຈິງໄດ້. ສຳລັບນັກສຶກສາ, ຄວນສູ້ຊົນເພື່ອບັນລຸໃຫ້ໄດ້ 5 ຄາດໝາຍ, ນັ້ນແມ່ນທິດສະດີທີ່ດີ, ພາສາຕ່າງປະເທດທີ່ດີ, ທັກສະປະຕິບັດຕົວຈິງທີ່ດີ, ເຮັດວຽກຕາມແບບແຜນອຸດສາຫະກຳ, ມີຫົວຄິດປະດິດສ້າງໃນການອອກແຮງງານ.