(vovworld) – ຕອນບ່າຍວັນທີ 21/05, ມີເພື່ອນມິດສາກົນຢູ່ ສະວິດ ນັບຮ້ອຍຄົນ ທີ່ນຳເອົາປ້າຍຄຳຂວັນ ແລະ ທຸງຊາດຂອງຫວຽດນາມ ໄດ້ເຕົ້າໂຮມກັນຕໍ່ໜ້າສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ເພື່ອສະແດງອາລົມຈິດສຳລັບຫວຽດນາມ ແລະ ຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ. ໃນສານຂອງອົງການສັນຕິພາບໂລກ (IPB) ທີ່ມີສຳນັກງານຕັ້ງຢູ່ເຊີແນວ, IPB ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະປົກປັກຮັກສາອະທິປະໄຕໄດ້ໂດຍສັນຕິວິທີ. ທ່ານເລຂາທິການໃຫຍ່ IPB Colin Archer ໃຫ້ຮູ້ວ່າ, ຍາມໃດປະຊາຄົມໂລກກໍ່ສະໜັບສະໜູນຄວາມຍຸຕິທຳ ແລະ ສັນຕິພາບ, ພ້ອມກັນມານະພະຍາຍາມເພື່ອໃຫ້ໂລກປອດສົງຄາມ. ບັນດາບັນຫາຖົກຖຽງກັນກ່ຽວກັບອະທິປະໄຕ ຕ້ອງໄດ້ຮັບການແກ້ໄຂຕາມກົດໝາຍສາກົນ.
ບໍ່ພຽງແຕ່ບັນດາປະຊາຊົນທີ່ຮັກຫອມສັນຕິພາບຢູ່ສະວິດ ເທົ່ານັ້ນ, ຫາກບັນດາເພື່ອນໜຸ່ມທີ່ມາຈາກ ອີຕາລີ, ຝລັ່ງ, ອາຟລິກາ… ກໍ່ເຂົ້າຮ່ວມການເດີນຂະບວນດ້ວຍປ້າຍຄຳຂວັນ “ຂ້າພະເຈົ້າຮັກຫວຽດນາມ”, ຮຽກຮ້ອງໃຫ້ຈີນ ຕ້ອງເຄົາລົບກົດໝາຍສາກົນ, ຖອນຮ້ານເຈາະນ້ຳມັນໄຮຢາງ 981 ອອກຈາກເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ.