ເມັກຊີໂກ ແລະ ອີຢູ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງ ໃນການຫັນ FTA 2 ຝ່າຍເປັນທັນສະໄໝ

(VOVWORLD) - ກະຊວງການຕ່າງປະເທດ ເມັກຊີໂກ ປະກາດວ່າ ທີ່ການເຈລະຈາຮອບທີ່ 4 ກ່ຽວກັບການຫັນຂໍ້ຕົກລົງທົ່ວໂລກ ເມັກຊີໂກ - ສະຫະພາບ ເອີຣົບ (ອີຢູ) ຫຼື ຂໍ້ຕົກລົງການຄ້າເສລີ (FTA)
ເມັກຊີໂກ ແລະ ອີຢູ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງ ໃນການຫັນ FTA 2 ຝ່າຍເປັນທັນສະໄໝ - ảnh 1ຜູ້ໃຊ້ສອຍຢູ່ ເມັກຊີໂກ (ພາບ: Getty images)

ເປັນທັນສະໄໝ ທີ່ດຳເນີນໄປຢູ່ນະຄອນຫລວງ ເມັກຊີໂກ ຊີຕີ, 2 ຝ່າຍບັນລຸໄດ້ບັນດາບາດກ້າວທີ່ສຳຄັນໃນບັນດາຂົງເຂດຄື: ຕ້ານການສໍ້ລາດບັງຫລວງ, ຄົນເຂົ້າເມືອງ, ຕ້ານອາດຊະຍາກຳຢາເສບຕິດ, ການຟອກເງິນ, ການຄຸ້ມຄອງຄວາມສ່ຽງໄພພິບັດທຳມະຊາດ, ການພັດທະນາແບບຍືນຍົງ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ທີ່ການເຈລະຈາຄັ້ງນີ້ ເມັກຊີໂກ ແລະ ອີຢູ ໄດ້ແລກປ່ຽນທັດສະນາ ແລະ ເອກະສານກ່ຽວກັບບັນດາບັນຫາ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນດີທີ່ສຸດຂອງແຕ່ລະຝ່າຍ ເພື່ອຊຸກຍູ້ການພົວພັນແລກປ່ຽນການຄ້າ ແລະ ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ