ເມືອງເກາະຟຸ໋ກ໋ວດສູ້ຊົນຕ້ອນຮັບນັກທ່ອງທ່ຽວກວ່າ 1,8 ລ້ານເທື່ອຄົນໃນປີ 2017

ເມືອງເກາະຟຸ໋ກ໋ວດສູ້ຊົນຕ້ອນຮັບນັກທ່ອງທ່ຽວກວ່າ 1,8 ລ້ານເທື່ອຄົນໃນປີ 2017 - ảnh 1
(ພາບ​ປະ​ກອ​ບ: TTXVN)

(vovworld) - ປີ 2017, ເມືອງ​ເກາະ​ຟຸ໋​ກ໋ວກ, ແຂວງ​ກຽນ​ຢາງ ສູ້​ຊົນ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວມາ​ຢ້ຽມ​ຢາມ​ເກາະ​​ໃຫ້​ໄດ​້ກວ່າ 1,8 ລ້ານ​ເ​ທື່ອ​ຄົນ, ເພີ່ມ​ຂຶ້ນ​ປະ​ມານ 25,5% ເມື່ອ​ທຽບ​ໃສ່​ປີ 2016, ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ແມ່ນກວ່າ 300.000 ເທື່ອ​ຄົນ, ເພິ່ມ​ຂຶ້​ນ​ປະ​ມານ 42,7%. ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ຟຸ໋​ກ໋ວກ ຮີງກວາງ​ຮືງ ໃຫ້​ຮູ້​ວ່າ, ເພື່ອ​ບັນ​ລຸ​ໄດ້​ຕົວ​ເລກ​ຄາດ​ໝາຍ​ດັ່ງ​ກ່າວ, ທາງເມືອງ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫ​ວ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ, ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ການ​ເສີມ​ຂະ​ຫຍາຍ ແລະ ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ເຂດ​ທັດ​ສະ​ນີ​ຍະ​ພາບຢ​ູ່​ເກາະ… ຄຽງ​ຂ້າງນັ້ນ, ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ​ຮ່ວມ​ມື​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກັບ​ຄູ່​ຮ່ວມ​ມື​ໃຫ້​ເປັນ​ຢ່າງ​ດີ; ເປີດ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວໃໝ່ ເພື່ອ​​ແນ​ໃສ່ຫັ​ນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ພ້ອມ​ທັງ​ສຸມ​ໃສ່​ລົງ​ທຶນ​ພັດ​ທະ​ນາ​ກາ​ນບ​ໍ​ລິ​ການ​ ແລະ ​ການທ່ອ​ງ​ທ່ຽວຢ່າງ​ແຮງ ​ຕ​າມ​​​ການກຳ​ນົດທິດ​ຂອງ​ລັດ​ຖະ​ບ​ານ, ກໍ່​ສ້າງ​ຟຸ໋​ກ໋ວກ ໃຫ້​ກາຍ​ເປັນ​​ສູນ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ພັກ​ຜ່ອນ​​ບຳ​ລຸງ​ສຸ​ຂະ​ພາບ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເປັນສູນ​ແລກ​ປ່ຽນ​ການ​ຄ້າ​ແຫ່ງ​ຊາດ ແລະ ສາ​ກົນ.

ຂ່າວ/ບົດ​ອື່ນ