ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank Walter Steinmeier (ເບື້ອງຂວາ) ໃນການປະຊຸມຂ່າວຢູ່ Tripoli, Libya.
(ພາບ: AFP/TTXVN)
(vovworld) – ວັນທີ 30/4, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank Walter Steinmeier ໃຫ້ຮູ້ວ່າ: ທ່ານຈະເຊື້ອເຊີນຄູ່ຕຳແໜ່ງລັດເຊຍ, ຢູແກຼນ ແລະ ຝຣັ່ງ ເຂົ້າຮ່ວມການເຈລະຈາຢູ່ ແບກແລງ ໃນວັນທີ 11/5 ເພື່ອແນໃສ່ຊອກຫາມາດຕະການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງມົດສະກູ ແລະ ກີແອບ ທີ່ກ່ຽວຂ້ອງເຖິງວິກິດການຢູ່ພາກຕາເວັນອອກ ຢູແກຼນ. ທ່ານ Steinmeier ໄດ້ເນັ້ນໜັກວ່າ “ຕ້ອງສ້າງທ່າຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອແນໃສ່ຍົກເລີກບັນດາຂໍ້ຕິດຂັດລະຫວ່າງ ລັດເຊຍ ແລະ ຢູແກຼນ”. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ ກໍ່ໃຫ້ຮູ້ວ່າ: ການເຈລະຈາຢູ່ ແບກແລງ ຈະປຶກສາຫາລືການກະກຽມການເລືອກຕັ້ງຂັ້ນທ້ອງຖິ່ນຢູ່ພາກຕາເວັນອອກ ຢູແກຼນ ດ້ວຍ “ບັນດາການສະເໜີລະອຽດທີ່ໄດ້ຍົກອອກມາໃນໂຕະເຈລະຈາ” ຄຽງຂ້າງ “ບັນດາຂໍ້ສະເໜີທີ່ເປັນໜ້າສົນໃຈກ່ຽວກັບການຫັນສະພາບການກັບຄືນສູ່ປົກກະຕິ” ຈາກອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ (OECD).