ເຢຍລະ​ມັນ​ແລະບຣາຊິນ ​ຍື່ນ​ສະ​ເໜີ​ຮ່າງ​ມະຕິຄວບ ​ຄຸມ​ລາຍການ​ສອດ​ແນມ ຂອງ​ອາ​ເມ​ລິ​ກາ


ເຢຍລະ​ມັນ​ແລະບຣາຊິນ ​ຍື່ນ​ສະ​ເໜີ​ຮ່າງ​ມະຕິຄວບ ​ຄຸມ​ລາຍການ​ສອດ​ແນມ ຂອງ​ອາ​ເມ​ລິ​ກາ - ảnh 1

ທ່ານ​ນາງ​ປະທານາທິບໍດີ​ບຣາຊິນ ​ແລະ ນາຍົກລັດຖະມົນຕີ​ເຢຍລະ​ມັນ

(ພາບ: dantri.com.vn )

(vovworld)-​​​​ ​ ​ ຮ່າງ​ມະຕິ​ຄວບ​ຄຸມ​ລາຍການ​ສອດ​ແນມ​ຂອງ​ອາ​ເມ​ລິ​ກາ​ ​ໂດຍ ເຢຍລະ​ມັນ ​ແລະ ບຣາຊິນ ​ຍື່ນ​ສະ​ເໜີ​ ບໍ່​ເຕື້ອງ​ເຖິງ​ຊື່​ປະ​ເທດ​ລະອຽດ​ໃດ ​ແຕ່​ຕາມ​ບັນດາ​ນັກ​ການ​ທູດ​ເອີ​ລົບ​ແລ້ວ, ນີ້​ແມ່ນ​ການ​​ໂຈມ​ຕີ​ແນໃສ່​ອາ​ເມ​ລິ​ກາ.

  ກ່າວ​ຄຳ​ເຫັນ​ຢູ່ ສປຊ, ທ່ານ​ Aguiar Patriota ເອກ​ອັກຄະ​ລັດຖະທູດ​ບຣາຊິນ ປະຈຳ ສປຊ ຖື​ວ່າ: ບັນດາ​ຄວາມ​ກ້າວໜ້າ​​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ເຮັດ​ໃຫ້​ມວນ​ມະນຸດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ມີ​ບັນດາ​ໂອກາດ​ເພື່ອ​ແນ່​ໃສ່​ປົກ​ປ້ອງ​ສິດ​ສ່ວນ​ຕົວ ​ແລະ ສິດ​ພື້ນຖານ​ອື່ນໆ. ຖ້າ​ບໍ່​ມີ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ ປົກ​ປ້ອງ​ສິດ​ສ່ວນ​ຕົວ ຈະ​ບໍ່​ມີ​ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ ຊ້ຳບໍ່​ໜຳ​ຈະ​ບໍ່​ມີ​ປະຊາ​ທິປະ​ໄຕ​ຢ່າງ​​ແທ້​ຈິງ.

  ຮ່າງ​ມະຕິ​ຂອງ ເຢຍລະ​ມັນ ​ແລະ ບຣາຊິນ ຮຽກ​ຮອ້ງ​ໃຫ້​ລັດຖະບານ​ຂອງ 193 ປະ​ເທດ​ສະມາຊິກ ສປຊ ຕ້ອງ​ມີ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ກະກຳ​ລະ​ເມີດ​ສິດ​ສ່ວນ​ຕົວ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງຕັ້ງບັນດາ​ກົນ​ໄກ​ຕິດຕາມ​ກວດກາ​ປະ​ເທດ​ເປັນ​ເອກະລາດ./.



ຂ່າວ/ບົດ​ອື່ນ