ເຢຍ​ລະ​ມັນ, ອັງ​ກິດ ແລະ ຝ​ລັ່ງ ສືບ​ຕໍ່ ຮັກ​ສາ​ກຳ​ລັງ​ທະ​ຫານຢູ່ ມາ​ລີ ໂດຍ​ບໍ່​ຫົວ​ຊາ​ຕໍ່​ການເກີດລັດຖະປະຫານ

(VOVWORLD) -ວັນທີ 21 ສິງຫາ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ, ຝລັ່ງ ແລະ ອັງກິດ ຢັ້ງຢືນວ່າ ກອງທັບ3 ປະເທດຈະສືບຕໍ່ຕັ້ງທັບຢູ່ມາລີເພື່ອປະຕິບັດບັນດາພາລະກຳເຊິ່ງ ສປຊ ແລະ ຝລັ່ງ ນຳໜ້າ, ໂດຍບໍ່ຫົວຊາຕໍ່ການເກີດລັດຖະປະຫານໃນວັນທີ 11 ສິງຫາ ຢູ່ມາລີ.
ເຢຍ​ລະ​ມັນ, ອັງ​ກິດ ແລະ ຝ​ລັ່ງ ສືບ​ຕໍ່ ຮັກ​ສາ​ກຳ​ລັງ​ທະ​ຫານຢູ່ ມາ​ລີ ໂດຍ​ບໍ່​ຫົວ​ຊາ​ຕໍ່​ການເກີດລັດຖະປະຫານ    - ảnh 1ນັກຮົບມາລີໄປຍັງນະຄອນຫຼວງ Bamako (ພາບ:AFP/TTXVN)

ໃນຖະແຫຼງການທີ່ໄດ້ຍົກອອກທີ່ການເຈລະຈາ ລະຫວ່າງ 3 ຝ່າຍ ກັບຄູ່ຮ່ວມຕຳແໜ່ງ ອັງກິດ ແລະ ຝລັ່ງ, ທ່ານນາງ Kramp Karrenbauer ລັດຖະມົນຕີກະຊວງປ້ອງກັນ ປະເທດ ເຢຍລະມັນ ໄດ້ເນັ້ນໜັກເຖິງການເຂົ້າຮ່ວມຂອງເອີລົບ ໃນຄະນະປະຕິບັດງານສປຊ ຢູ່ ມາລີ (MINUSMA) ແລະ ຍຸດທະສາດ Barkane ຂອງຝລັ່ງ ນັບແຕ່ປີ 2012 – 2013 ແມ່ນມີຄວາມສຳຄັນທີສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ