(vovworld) – ວັນທີ 10/05, ໃນການຢ້ຽມຢາມລັດເຊຍ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angerla Merkel ໄດ້ມີການເຈລະຈາກັບທ່ານປະທານາທິບໍດີລັດເຊຍ Vladimir Putin ຢູ່ວັງ Kremlin. ການນຳ 2 ປະເທດໄດ້ເຫັນດີ ຊຸກຍູ້ມາດຕະການດ້ານການທູດ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນໃນປະຈຸບັນ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັນມານະພະຍາຍາມເພື່ອການຮ່ວມມື. ການນຳ 2 ທ່ານກໍ່ປຶກສາຫາລືກ່ຽວກັບບັນດາບັນຫາໃນການພົວພັນຮ່ວມມື 2 ຝ່າຍ ແລະ ການພົວພັນລະຫວ່າງລັດເຊຍ - ສະຫະພາບເອີລົບ (EU). ນອກຈາກນັ້ນ, ໜຶ່ງໃນບັນດາຈຸດສຸມຂອງການເຈລະຈາແມ່ນຊອກຫາວິທີແກ້ໄຂວິກິດການດ້ານການເມືອງ ຢູແກຼນ. ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານນາງນາຍົກລັດຖະມົນຕີ Angerla Merkel ໃຫ້ຂໍ້ສັນເຫດວ່າ, ຍັງບໍ່ທັນມີຂໍ້ຕົກລົງຢຸດຍິງຢ່າງແທດຈິງຢູ່ຢູແກຼນຕາເວັນອອກ. ການນຳເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບໃຊ້ຄວາມຮຸ້ນແຮງນັບມື້ນັບເພີ່ມຂຶ້ນ. ໃນຂະນະນັ້ນ, ທ່ານປະທານນາທິບໍດີ Putin ໄດ້ຢ້ຳຄືນທັດສະນະທີ່ວ່າ, ວິກິດການຢູ່ຢູແກຼນ ພຽງແກ້ໄຂໄດ້ຜ່ານການເຈລະຈາດ້ານການເມືອງ ແລະ ເນັ້ນໜັກວ່າ, ທຸກຝ່າຍຕ້ອງປະຕິບັດຂໍ້ຕົກລົງຢຸດຍິງ Minsk ຢ່າງຮອບດ້ານ.