(vovworld) – ຕອນບ່າຍວັນທີ 30/09, ທີ່ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ ທີ່ພວມມີການຢ້ຽມຢາມຫວຽດນາມ, ທ່ານ ເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈິມິນ ຊີ້ແຈ້ງວ່າ, ດ້ວຍບົດບາດເປັນນະຄອນນຳໜ້າດ້ານເສດຖະກິດຫວຽດນາມ, ແມ່ນທ້ອງຖິ່ນນຳໜ້າໃນການດຶງດູດການລົງທຶນຈາກຕ່າງປະເທດ, ຍາມໃດນະຄອນໂຮ່ຈິມິນ ກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດສ.ເກົາຫຼີ ເຂົ້າມາລົງທຶນ, ເຂົ້າຮ່ວມບັນດາໂຄງການໃຫຍ່ຂອງນະຄອນ. ໃນໄລຍະຈະມາເຖິງ, ນະຄອນສືບຕໍ່ສ້າງເງື່ອນໄຂສະດວກ, ນັບທັງຄວາມຕ້ອງການດຳເນີນຊີວິດທາງສາສະໜາໃຫ້ບັນດາວິສາຫະກິດ, ພົນລະເມືອງສ.ເກົາຫຼີ ມານະຄອນໂຮ່ຈິມິນ ທຳມາຫາກິນ ແລະ ດຳລົງຊີວິດ. ທ່ານ ເລແທງຫາຍ ປາດຖະໜາວ່າ, ສະມາຄົມມິດຕະພາບສ.ເກົາຫຼີ - ຫວຽດນາມ ສືບຕໍ່ມີບັນດາການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ, ເອົາໃຈໃສ່ໜູນຊ່ວຍ, ຊ່ວຍເຫຼືອໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມຮໍ່າຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ສ.ເກົາຫຼີ.