(VOVWORLD)-ທີ່ການພົບປະກັບທ່ານ Mahn Win Khaing Than, ປະທານສະພາສູງ, ທັງເປັນປະທານສະພາແຫ່ງຊາດສ.ສະຫະພັນມຽນມາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 11 ພຶດສະພາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ:
ທ່ານເລຂາຄະນະພັກນະຄອນໂຮ່ຈິມິນຫງວຽນທ້ຽນເຍີນ
ຕ້ອນຮັບປະທານສະພາສູງມຽນມາ
(ພາບ: thanhnien.vn)
|
ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ແລະ ມຽນມາ ມີການພົວພັນທີ່ເປັນມູນເຊື້ອ, ມີຈຸດຄ້າຍຄືກັນດ້ານວັດທະນະທຳ, ສາສະໜາ. ເມື່ອແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ກໍຄືການພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ແລະ ມຽນມາ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ນະຄອນໂຮ່ຈິມິນ ປາດຖະໜາ ແລະ ຢາກຍູ້ແຮງບັນດາການເຄື່ອນໄຫວຮ່ວມມືກັບມຽນມາ, ພິເສດແມ່ນໃນການສົ່ງເສີມການຄ້າ, ການລົງທຶນ, ຍົກສູງມູນຄ່າແລກປ່ຽນການຄ້າລະຫວ່າງ 2 ປະເທດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງປະຊາຊົນ 2 ປະເທດ.