ເລຂາຄະນະພັກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມອິນເດຍ

ເລຂາຄະນະພັກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມອິນເດຍ - ảnh 1
ທ່ານ ​ເລ​ແທງ​ຫາຍ, ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ
ພົບປະກັບປະທານາທິບໍດີອິນເດຍ
(ພາບ: sggp.org.vn)

(vovworld) – ວັນ​ທີ 18/3, ທ່ານ ​ເລ​ແທງ​ຫາຍ, ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ​ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ ​ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ​ອິນ​ເດຍ ​ແຕ່​ວັນ​ທີ 13-18/3 ຢ່າງ​ຈົບງາມ. ຢູ່​ອິນ​ເດຍ, ທ່ານ ​ເລ​ແທງ​ຫາຍ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຂ້າ​ຫຼວງ​ລັດ Maharashtra. ທ່ານ​ ເລ​ແທງ​ຫາຍ ​ໄດ້​ຕີ​ລາຄາ​ສູງ​ບົດຮຽນ​ຂອງ ລັດ Maharashtra ​ໃນ​ການ​ລະດົມ​ທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ຜ່ານ​ຮູບ​ການ​ພາກ​ລັດ - ພາກ​ເອກະ​ຊົນ (PPP).

ຕອນ​ບ່າຍ​ວັນ​ທີ 18/3, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ - ຫວຽດນາມ. ​ໃນ​ໂອກາດ​ນີ້, ສູນ​ສົ່ງ​ເສີມ​ການ​ຄ້າ​ ​ແລະ ການ​ລົງທຶນນະຄອນ ​ໂຮ່ຈີ​ມິນ ​ແລະ ຫ້ອງການ​ອຸດສາຫະກຳ ການ​ຄ້າ ອິນ​ເດຍ - ຫວຽດນາມ ຢູ່ Mumbai ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ