(VOVWORLD) -ວັນທີ 24 ມິຖຸນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກແຜນການໂຮມດິນແດນທີ່ຂຶ້ນກັບເຂດຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກຢຶດຄອງ.
ເຂດຕາເວັນຕົກແມ່ນ້ຳຈໍແດນ
(ພາບ: AFP/TTXVN)
|
ຕາມທ່ານເລຂາທິການໃຫຍ່ສະຫະປະຊາຊາດແລ້ວ, ເລື່ອງ ອິດສະຣາແອັນ ມີຄວາມຄິດໂຮມດິນແດນທີ່ຂຶ້ນກັບເຂດຕາເວັນຕົກແມ່ນ້ຳຈໍແດນ ແມ່ນໄພນາບຂູ່ ປາແລັດສະຕິນ, ນັບທັງອິດສະຣາແອັນ ແລະ ປະຊາຄົມສາກົນ. ຖ້າຫາກແຜນການດັ່ງກ່າວໄດ້ຮັບການປະຕິບັດ, ນີ້ຈະແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮຸນແຮງ, ກໍ່ຄວາມເສຍຫາຍເຖິງແງ່ຫວັງຂອງມາດຕະການແກ້ໄຂ 2 ລັດ ຢ່າງຮ້າຍແຮງ ແລະ ເຮັດໃຫ້ການເຊື່ອມຕໍ່ການເຈລະຈາຄືນໃໝ່ ຍາກທີ່ຈະປະຕິບັດໄດ້.
ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງອິດສະຣາແອັນ ຖະແຫຼງ ອາດຈະຊຸກຍູ້ການໂຮມບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ ແລະ ຮ່ອມພູຈໍແດນ ນັບແຕ່ວັນທີ 01 ກໍລະກົດ ຈະມາເຖິງ. ແຜນການດັ່ງກ່າວໂດຍອາເມລິກາ ໜູນຫຼັງແຕ່ຖືກປະຊາຄົມສາກົນຄັດຄ້ານຢ່າງຮຸນແຮງ, ພິເສດແມ່ນປາແລັດສະຕິນ.
ວັນທີ 24 ມິຖຸນາ, ທ່ານປະທານາທິບໍດີປາແລັດສະຕິນ Mahmuod Abbas ເນັ້ນໜັກວ່າ, ເລື່ອງໂຮມຜືນແຜ່ນດິນບໍ່ວ່າສ່ວນໃດຂອງ ປາແລັດສະຕິນ ນັ້ນ ກໍ່ບໍ່ມີຄວາມໝາຍ ແລະ ປາແລັດສະຕິນ ເດັດດ່ຽວປະຕິເສດແຜນການສັນຕິພາບຕາເວັນອອກກາງຂອງທ່ານປະທານາທິບໍດີອາເມລິກາ Donald Trump.