ເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ຢ້ຽມຢາມ ມຽນມາ

ເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ຢ້ຽມຢາມ ມຽນມາ - ảnh 1
ທ່ານ Ban Ki Moon

(vovworld) - ວັນ​ທີ 29/4, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ໄປ​ຍັງ Yangon, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 3 ວັນ​ຕາມ​ຄຳ​ເຊື້ອ​ເຊີນ ຂອງ​ທ່ານ​ປະທາ​ນາ​ທິບໍດີ U Thein Sein, ​ໃນ​ສະພາບ​ການ​ທີ​ພວມ​ດຳ​ເນີນການ​ປ່ຽນ​ແປງ​ສຳຄັນຕ່າງໆ​ຢູ່​ປະ​ເທດ​ນີ້. ທ່ານ​​ເລຂາທິກ​ານ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ມີ​ການ​ເຈລະຈາ ກັນ​ທ່ານ​ປະທານາທິບໍດີ U Thein Sein ​ໃນ​ວັນ​ທີ 30/4 ​ເພື່ອ​ປຶກສາ​ຫາ​ລີ ກ່ຽວ​ກັບ​ວິທີ​ການ​ຕ່າງໆ​ທີ່​ສະຫະ​ປະຊາ​ຊາດ ສາມາດ​ໜູນ​ຊ່ວຍ​ວິ​ກິດ​ການ​ປະຕິ​ຮູບ​ຢູ່​ມຽນມາ. ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki Moon ກໍ​ຈະ​ພົບ​ປະ​ກັບ​ປະທານ​ສະພາ​ສູງ ​ແລະ ສະພາຕ່ຳ ມຽນມາ ​ແລະ ອາດ​ຈະ​ມີ​ບົດ​ກ່າວປາ​ໄສ​ທີ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ