ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບທ່ານປະທານສະພາສູງ ຍີ່ປຸ່ນ Yamazaki Masaaki
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບທ່ານປະທານສະພາສູງ ຍີ່ປຸ່ນ Yamazaki Masaaki ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ໃນຕອນບ່າຍວັນທີ 08/12, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະພາສູງ ຍີ່ປຸ່ນ ໃຫ້ແກ່ການພົວພັນ 2 ປະເທດ, ພິເສດແມ່ນເລື່ອງສະໜັບສະໜູນລັດຖະບານ ຍີ່ປຸ່ນ ບຸລິມະສິດສະຫງວນທຶນຊ່ວຍເຫຼືອພັດທະນາ (ODA) ຢ່າງເປັນທາງການໃຫ້ແກ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ ຖື ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ຢ່າງຮອບດ້ານເລິກເຊິ່ງ ກ້ວາງຂວາງກ່ວາອີກ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງບັນດາຂັ້ນ, ຂະແໜງການຂອງ 2 ປະເທດ, ໃນນັ້ນມີການພົວພັນພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາສູງ ຍີ່ປຸ່ນ, ນັບທັງ 2 ຝ່າຍ ແລະ ຫລາຍຝ່າຍ.
ສ່ວນທ່ານປະທານສະພາສູງ ຍີ່ປຸ່ນ Yamazaki Masaaki ກໍ່ຕີລາຄາສູງການພັດທະນາກະໂດດຂັ້ນຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນໄລຍະມໍ່ໆມານີ້. ທ່ານປະທານສະພາສູງ ຍີ່ປຸ່ນ ຢືນຢັນວ່າ: ສະພາສູງ ຍີ່ປຸ່ນ ຍາມໃດກໍສະຫງວນຄວາມເອົາໃຈໃສ່ ແລະ ບຸລິມະສິດສູງໃຫ້ການພົວພັນຮ່ວມມືກັບ ຫວຽດນາມ ແລະ ປາດຖະໜາຢາກເພີ່ມທະວີການພົບປະ ແລກປ່ຽນບົດຮຽນລະຫວ່າງສະພາແຫ່ງຊາດ 2 ປະເທດ, ພິເສດແມ່ນໃນຂົງເຂດນິຕິບັນຍັດ ແລະ ຕິດຕາມກວດກາ, ການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ໂລກ.