ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ
ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 09/12, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເໜີທ່ານປະທານາທິບໍດີ ແລະ ອຳນາດການປົກຄອງ ເບລາຣຸດ ສືບຕໍ່ມີບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ເບລາຣຸດ ດຳລົງຊີວິດ ແລະ ດຳເນີນທຸລະກິດເປັນປົກກະຕິ, ເໝາະສົມກັບກົດໝາຍ, ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ເບລາຣຸດ. ຫວຽດນາມ ຕັດສິນໃຈສູ້ຊົນ ເພື່ອແນໃສ່ປັບປຸງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດອັນດີງາມກ່ວາອີກ. ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຢືນຢັນວ່າ: ເບລາຣຸດ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງ ເບລາຣຸດ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ຈະມານະພະຍາຍາມສູ້ຊົນ ເພື່ອພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ກ່ວາອີກ.