ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ
(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບທ່ານ Tia Banh)
(vovworld) – ຕອນບ່າຍວັນທີ 12/12 ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ກຳປູເຈຍ ໂດຍທ່ານ Tia Banh, ກຳມະການຄະນະປະຈຳສູນກາງພັກປະຊາຊົນ ກຳປູເຈຍ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ກຳປູເຈຍ ນຳໜ້າ ພວມມີການຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ການພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງອັນດີງານ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ທີ່ໝັ້ນຄົງ ແລະ ຍາວນານກັບ ກຳປູເຈຍ. ທ່ານເລຂາທິການໃຫຍ່ ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງ 2 ກະຊວງປ້ອງກັນປະເທດ ຂອງ 2 ປະເທດ, ສະເໜີ 2 ກະຊວງປ້ອງກັນປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ ເພື່ອປະກອບສ່ວນຮັກສາຜົນງານທີ່ບັນລຸໄດ້ຢ່າງໝັ້ນຄົງ, ນຳພາລະກິດສ້າງສາ ແລະ ພັດທະນາຂອງ 2 ປະເທດສືບຕໍ່ກ້າວຂັ້ນ
ສ່ວນທ່ານ Tia Banh ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນການຊ່ວຍເຫຼືອອັນໃຫຍ່ຫລວງ ເຊິ່ງພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ ກຳປູເຈຍ ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານ Tia Banh ຢືນຢັນວ່າ: ກະຊວງປ້ອງກັນປະເທດ ກຳປູເຈຍ ຈະຮ່ວມມືຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ.