ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຝາກໂທລະເລກອວຍພອນທ່ານເລຂາທິການໃຫຍ່,ປະທານປະເທດຈີນ ສີຈີ້ນຜີງ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຝາກໂທລະເລກອວຍພອນທ່ານເລຂາທິການໃຫຍ່,ປະທານປະເທດຈີນ ສີຈີ້ນຜີງ - ảnh 1
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ

(vovworld) - ​ໂດ​ຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜີງ, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັ​ກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ຢ້ຽມ​ຢາມ ສ​ປ ຈີນ ຢ່າ​ງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 – 15/1. ສິ້​ນ​ສຸດ​ການ​ຢ້ຽມ​ຢາມ, ວັນ​ທີ 15/1, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຝາກ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜີງ. ໃນ​ໂທ​ລະ​ເລກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ູ໋​ຈ້ອງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່​ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ເລິກ​ເຊິ່ງ​ກ່​ວາ​ອີກ. ທ່ານ​ເລ​ຂາ​ທິກ​ານ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ອວຍ​ພອນ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ ຫວຽດ​ນາມ - ຈີນ ສວຍ​ສົດ​ງົດ​ງາມ, ໝັ້​ນ​ຄົງ​ຖະ​ໜົນ​ແກ່ນ​ໄປ​​ຊົ່ວ​ກະ​ໜ້ານ​ານ.


ຂ່າວ/ບົດ​ອື່ນ