ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 20 ປິແຫ່ງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 20 ປິແຫ່ງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ - ảnh 1
ເລຂາທິການ​​ໃຫຍ່​ຫງວຽນ​ຟູ໋ຈ້ອງ​ເຂົ້າຮ່ວມ​ພິທີ​
ສະ​ເຫຼີ​ມສະຫຼອງ 20​ ປິ​ແຫ່ງ​ວັນ​ສ້າງ​ຕັ້ງ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ
(ພາບ: giaoduc.net.vn)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 9/12, ຢູ່ ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​​ແຫ່ງ​ຊາດ ຮ່າ​ໂນ້ຍ ຈັດຕັ້ງ​ພິທີ​ສະ​​ເຫຼີມ​ສະຫຼອງ 20 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ (10/12/1993 – 10/12/2013) ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງມະ​ຫາ​ວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ບັນລຸ​ໄດ້​ໃນ​​ໄລຍະ​ 20 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ, ມີ​ບົດບາດນຳ​ໜ້າ​ເທື່ອ​ລະ​ກ້າວ, ​ເປັນ​ແກ່ນສານ​ໃນ​ລະບົບ​ການ​ສຶກສາ ຫວຽດນາມ ​ແລະ ມີ​ທີ່​ຕັ້ງ​ບົດບາດ​ນັບ​ມື້​ນັບ​ສູງ​​ໃນ​ພາກ​ພື້ນ ​ແລະ ​ໂລກ.

        ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:
 "ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ພ້ອມກັບມະຫາວິທະຍາໄລນະຄອນໂຮ່ຈິມິນ ແລະ ມະຫາວິທະຍາໄລແຫ່ງຕ່າງໆ ຄວນ​ກາຍ​ເປັນ​ກຸ່ມ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວິທະຍາສາ​ດຢ່າງ​ແທ້​ຈິງ, ທັດ​ທຽມ​ກັບລະດັບພາກ​ພື້ນ, ບັນ​ລຸ​ລະດັບ​ສາກົນ​ເທື່ອ​ລະ​ກ້າວ. ກ່ອນ​ອື່ນ​ໝົດ, ຕ້ອງ​ນຳ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 8 ຊຸດ​ທີ 11 ກ່ຽວ​ກັບ​ການ​ປ່ຽນ​​ໃໝ່​ໂດຍພື້ນຖານ ແລະ ຮອບດ້ານ​ການ​ສຶກສາ - ບຳລຸງ​ສ້າງ ​ແລະ ມະຕິ​ສູນ​ກາງ​ຄັ້ງ​ທີ 6 ຊຸດ​ທີ 11 ກ່ຽວ​ກັບ​ການ​ພັດທະນາ​ວິທະຍາ​ສາດ - ​ເຕັກ​​ໂນ​ໂລ​ຢີຢ່າງ​ມີປະສິດທິ​ຜົນ."
    ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​​ຕັກ​ເຕືອນ​ວ່າ: ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ  ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ກົນ​ໄກ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ, ຍົກ​ສູງ​ປະສິດທິ​ພາບ, ປະສິດທິ​ຜົນ, ລັກສະນະ​ວິຊາ​ຊີ​ບ​ໃນ​ວຽກ​ງານ​ບໍລິຫານ​ມະຫາ​ວິທະຍາ​ໄລ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຕົນເອງ, ຮັບ​ຜິດ​ຊອບ​ເອງ​ຂອງບັນດາ​ຫົວໜ່ວຍ​ສະມາຊິກ.

ຂ່າວ/ບົດ​ອື່ນ