ເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງພົບປະກັບຄະນະຜູ້ແທນແບບຢ່າງທີ່ກ້າວໜ້າທົ່ວປະເທດໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດໃຫ້ເຂັ້ມແຂງ
(VOVWORLD) -ການພົບປະຄະນະແບບຢ່າງທີ່ກ້າວໜ້າທົ່ວປະເທດໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ທີ່ ສຳນັກງານສູນກາງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງໄດ້ຕີລາຄາສູງຕໍ່ຄວາມໝາຍການພົບປະຄັ້ງນີ້.
ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)
|
ພິເສດແມ່ນໄດ້ດຳເນີນໃນສະພາບການທີ່ທົ່ວປະເທດພວມຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ30 ປີ ແຫ່ງວັນບຸນທົ່ວປະເທດປ້ອງກັນຊາດ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະພວມຍູ້ແຮງວຽກງານການຮ່ຳຮຽນ,ປະຕິບັດຕາມແບບຢ່າງອັນໃສແຈ້ງ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດຫວຽດນາມເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາທີ່ເຂັ້ມແຂງຕື່ມອີກ, ສົມກັບຖານະບົດບາດທີ່ຕັ້ງໃນເວທີສາກົນ.
ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງມີຄວາມປາດຖະໜາຢາກໃຫ້ບັນດາແບບຢ່າງກ້າວໜ້າອອກແຮງຮ່ຳຮຽນໃຫ້ມີຄວາມກ້າວໜ້າແລະມີຜົນສຳເລັດກວ່າອີກເພື່ອໃຫ້ຫຼາຍຄົນໄດ້ຮຽນຮູ້, ປະຕິບັດຕາມ ເຮັດໃຫ້ຂະບວນການແຂ່ງຂັນຂອງປະເທດຊາດຫວຽດນາມນັບມື້ນັບຮຸ່ງເຮືອງເຫຼືອງເຫຼື້ອມ; ເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈສູງ, ກອງທັບແລະປະຊາຊົນທົ່ວປະເທດຈະສືບຕໍ່ສ້າງຜົນງານໄດ້ຫຼາຍຢ່າງໃນພາລະກິດການປັບປຸງປົວແປງດ້ານປ້ອງກັນຊາດ, ປົກປັກຮັກສາແລະສ້າງສາປະເທດຊາດ.