(VOVWORLD) - ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຈີນ ເດີນທາງມາຮອດ ນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ພ້ອມດ້ວຍພັນລະຍາ ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ (ພາບ: VOV) |
ຕອນບ່າຍວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຈີນ ເດີນທາງມາຮອດ ນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.
ການນຳ ຫວຽດນາມ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢູ່ ສະໜາມບິນ (ພາບ: VOV) |
ອອກສະໜາມບິນຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານ ຟານດິ່ງຈາກ ຫົວໜ້າຄະນະການເມືອງພາຍໃນສູນກາງພັກ, ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ…ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງທີ 3 ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ.