ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2020 – 2021

(VOVWORLD) - ໃນສົກຮຽນໃໝ່ 2020 – 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ຂະແໜງການສຶກສາ ຄວນສືບຕໍ່ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຈັດຕັ້ງການຮ່ຳຮຽນໃຫ້ແກ່ນັກຮຽນ, ນັກສຶກສາເປັນຢ່າງດີ.
ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2020 – 2021 - ảnh 1ທົ່ວປະເທດຈະໄຂສົກຮຽນໃໝ່ໃນວັນທີ 05/09  (ພາບ: tienphong.vn)

  ວັນທີ 04 ກັນຍາ, ໃນຈົດໝາຍສົ່ງເຖິງຂະແໜງການສຶກສາ ຫວຽດນາມ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2020 – 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນດາໝາກຜົນຂອງຂະແໜງການສຶກສາ ບັນລຸໄດ້ໃນສົກຮຽນຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍ່ຕາມ. ໃນສົກຮຽນໃໝ່ 2020 – 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ຂະແໜງການສຶກສາ ຄວນສືບຕໍ່ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຈັດຕັ້ງການຮ່ຳຮຽນໃຫ້ແກ່ນັກຮຽນ, ນັກສຶກສາເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດກໍ່ປາດຖະໜາຢາກໃຫ້ຂະແໜງການສຶກສາ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຮັກສາຄຸນທາດດ້ານການເມືອງ, ຄຸນສົມບັດປະຕິວັດ, ມີຄວາມສຸດອົກສຸດໃຈຕໍ່ອາຊີບ, ມີຫົວຄິດປະດິດສ້າງ, ປະກອບສ່ວນຫລາຍກ່ວາອີກເຂົ້າໃນພາລະກິດປ່ຽນແປງໃໝ່ພື້ນຖານການສຶກສາ ຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ