ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ.ອີນໂດເນເຊຍ ຢ່າງເປັນທາງການ ແລະ ຢ້ຽມຢາມ ທາງລັດຖະກິດ ມຽນມາ
(VOVWORLD) - ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ່າອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອີນໂດເນເຊຍ.
ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ |
ໂດຍໄດ້ຮັບຄຳເຊີນຂອງທ່ານ Joko Widodo ປະທານາທິບໍດີ ສາທາລະນະລັດ ອີນໂດເນເຊຍ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະໄປຢ້ຽມຢາມ ສາທາລະນະລັດ ອີນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 ເຖິງ 24 ສິງຫາ 2017. ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ່າອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອີນໂດເນເຊຍ.
ໂດຍຮັບຄຳເຊີນຂອງທ່ານ Htin Kyaw ປະທານາທິບໍດີ ສະຫະພາບ ມຽນມາ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະໄປຢ້ຽມຢາມ ທາງລັດຖະກິດ ສະຫະພາບ ມຽນມາ ໃນລະຫວ່າງວັນທີ 24 – 26 ສິງຫາ 2017. ການຢ້ຽມຢາມແມ່ນເພື່ອແນໃສ່ກຳນົດຂອບເຂດການພົວພັນສະແດງໃຫ້ເຫັນຂີດໝາຍໃໝ່, ລະດັບສູງໃໝ່, ພະລັງແຮງໃໝ່ໃຫ້ການພົວພັນສອງປະເທດໃນທຸກໆຂົງເຂດ.