(vovworld) – ຕອນຄຳ່ວັນທີ 22/1, ຕາມເວລາ ຫວຽດນາມ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄປເຖິງ ລອນດອນ ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ຢ່າງເປັນທາງການແຕ່ວັນທີ 22 – 24/1, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອັງກິດ David Cameron. ພາຍຫຼັງພິທີຕ້ອນຮັບຄະນະທີ່ທຳນຽບນາຍົກລັດຖະມົນຕີ ອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການເຈລະຈາ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດ: ການຄ້າ, ການເດີນທະເລ, ການເງິນທະນາຄານ, ການສຶກສາ... ສູ້ຊົນນຳວົງເງິນການຄ້າ 2 ປະເທດໃຫ້ຂຶ້ນເຖິງ 4 ຕື້ USD ໃນປີ 2013 ນີ້. ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ອັງກິດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເປັນສັດຂີພິຍານພິທີສະເໜີຕົວ ແລະ ພົບປະກັບຄະນະການນຳ “ເຄືອຂ່າຍບັນດາເພື່ອນມິດຫວຽດນາມ” ໂດຍຊາວ ອັງກິດ ຜູ້ມີຄວາມຮັກແພງຕໍ່ປະເທດ ຫວຽດນາມ ສ້າງຕັ້ງຂຶ້ນ.
ເມື່ອ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ, ຜູ້ຕ່າງໜ້າປະຊາຄົມຊາວ ຫວຽດນາມ ແລະ ບັນດາເພື່ອນ ອັງກິດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ:
“ມື້ນີ້ ມາຢ້ຽມຢາມ ລາຊະອານາຈັກ ອັງກິດ, ຂ້າພະເຈົ້າມີຄວາມໂຊກດີທີ່ໄດ້ພົບປະກັບພວກເພື່ອນ. ພິເສດ, ແມ່ນໄດ້ເປັນສັກຂີພິຍານພິທີສະເໜີຕົວເຄືອຂ່າຍບັນດາ ເພື່ອນມິດທີ່ມີຄວາມຮັກແພງຫວຽດນາມ ດ້ວຍການເຄື່ອນໄຫວແທດຈິງ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ພວກຂ້າພະເຈົ້າຂໍຊົມເຊີຍບັນດາຜົນງານເຊິ່ງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອັງກິດບັນລຸໄດ້ໃນໄລຍະຜ່ານມາ.”
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ: ພະນັກງານ, ພາລະກອນສະຖານທູດ ແລະ ຊາວ ຫວຽດນາມ ອາໄສ ຢູ່ ອັງກິດ, ບັນດານັກຮຽນ, ນັກສຶກສາ ທີ່ພວມຮຳ່ຮຽນ ຢູ່ ອັງກິດ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຍາມໃດກໍ່ອ່ວາຍເມືອຫາບ້ານເກີດເມືອງນອນ ປະກອບສ່ວນສ້າງສາປະເທດຊາດ.
ກ່ອນໜ້ານັ້ນ, ພາຍຫຼັງເດີນທາງອອກຈາກນະຄອນຫຼວງ Roma, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ. ອີຕາລີ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Giorgio Napolitano, ແຕ່ວັນທີ 20 – 22/1, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງສານຂອບໃຈທ່ານ ປະທານາທິບໍດີ Giorgio Napolitano, ແລະ ຢັ້ງຢືນວ່າ ການຢ້ຽມຢາມ ອີຕາລີ ໄດ້ສ້າງຄວາມປະທັບໃຈຢ່າງເລີກເຊິ່ງ ໃຫ້ແກ່ທ່ານກ່ຽວກັບ ອີຕາລີ.