(vovworld) - ຕອນເຊົ້າວັນທີ 6/4, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດຖ່ານຫີນ - ບໍ່ແຮ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງກວດກາວຽກງານຊັບພະຍາກອນ ສິ່ງແວດລ້ອມຢູ່ບໍລິສັດຫຸ້ນສ່ວນ ຖ່ານຫີນ ນູຍແບ໋ວ (Nui Beo), ໄປສຳຫຼວດເຂດປະຕິບັດໂຄງການຂຸດຄົ້ນຖ່ານຫີນ ນູຍແບ໋ວ (Nui Beo), ເຊິ່ງນອນໃນເມືອງ ຮ່າຕູ, ນະຄອນ ຮ້າລອງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
“ເນື້ອໃນຈິດໃຈຕົ້ນຕໍ່ຂອງກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ 11 ແມ່ນ ຫັນປ່ຽນການພັດທະນາຈາກລວງກ້ວາງ ເປັນການພັດທະນາສົມທົບກັນລະຫວ່າງລວງກ້ວາງ ແລະ ລວງເລີກຢ່າງເໝາະສົມ, ເຕີບໂຕໄວແຕ່ຕ້ອງໝັ້ນຄົງ. ໝັ້ນຄົງໝາຍຄວາມວ່າຜະລິດອອກຕ້ອງຂາຍໄດ້, ຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພ, ເບິ່ງແຍງດູແລເຖິງຊີວິດຂອງຄົນງານ. ໃນໄລຍະປະຈຸບັນ, ຕ້ອງພັດທະນາຕາມລວງເລີກ, ມີຄຸນນະພາບ, ປະສິດທິຜົນ, ມີກຳລັງແກ້ງແຍ້ງ, ສຸມໃສ່ພັດທະນາແບບຍືນຍົງ”