ເລີ່ມດຳເນີນການແຂ່ງຂັນ ຊີງລາງວັນ “ນັກສຶກສາຄົ້ນຄວ້າວິທະຍາສາດ” ປີ 2018

(VOVWORLD) -ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫາກໍປະກາດແຜນການຜັນຂະຫຍາຍການແຂ່ງຂັນຊີງລາງວັນ “ນັກສຶກສາຄົ້ນຄວ້າວິທະຍາສາດ” ປີ 2018.

ນີ້ແມ່ນລາງວັນ ທີ່ໄດ້ມອບ ໃຫ້ນັກສຶກສາຜູ້ມີຄວາມມົວເມົາໃນການຄົ້ນຄວ້າວິທະຍາສາດແຕ່ລະປີໃນທົ່ວປະເທດ ໂດຍກະຊວງສຶກສາ ແລະບຳລຸງສ້າງ ສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຫະພັນບັນດາສະມາຄົມວິທະຍາສາດ - ເຕັກນິກຫວຽດນາມ ຈັດຕັ້ງຂຶ້ນ. ການແຂ່ງຂັນແມ່ນ ເພື່ອແນໃສ່ສົ່ງເສີມນັກສຶກສາເຂົ້າຮ່ວມຄົ້ນຄວ້າວິທະຍາສາດ, ເສີມຂະຫຍາຍກຳລັງຄວາມສາມາດດ້ານຈິນຕະນາການ, ປະດິດຄິດສ້າງ, ສ້າງກຳລັງຄວາມສາມາດຮຽນດ້ວຍຕົນເອງ, ຄົ້ນຄວ້າເອງ ໃຫ້ແກ່ນັກສຶກສາ ແລະ ໝູນໃຊ້ຄວາມຮູ້ ທີ່ໄດ້ຮຽນມາ ເຂົ້າໃນການແກ້ໄຂບັນດາບັນຫາໃນຊີວິດຕົວຈິງ, ປະກອບສ່ວນຄົ້ນພົບ ແລະ ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ປະເທດ.

        6 ຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນລວມມີ: ຂົງເຂດວິທະຍາສາດທຳມະຊາດ; ວິທະຍາສາດເຕັກນິກ ແລະ ເຕັກໂນໂລຢີ; ວິທະຍາສາດການແພດ - ການຢາ; ວິທະຍາສາດກະສິກຳ; ວິທະຍາສາດສັງຄົມ ແລະ ວິທະຍາສາດມະນຸດສາດ. ພິທີສະຫຼຸບ ແລະ ມອບລາງວັນໃນປີນີ້ ຄາດວ່າຈະຈັດຕັ້ງໃນທ້າຍເດືອນ ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ