(vovworld) – ວັນທີ 18/11, ຢູ່ນະຄອນຫຼວງ ວຽນ (ປະເທດ ໂອຕຣິດ) ເລີ່ມດຳເນີນຮອບເຈລະຈາຕັດສິນຊີ້ຂາດລະຫວ່າງຜູ້ຕາງໜ້າຂອງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ ອາເມລິກາ, ອັງກິດ, ຝຣັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ) ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຮອບດ້ານກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ ກ່ອນເວລາກຳນົດສຸດທ້າຍແມ່ນວັນທີ 24/11. ບັນດາການເຈລະຈານີ້ ຖືກດຳເນີນໄປໃນສະພາບການຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງລະຫວ່າງຝ່າຍກ່ຽວຂ້ອງເຖິງບັນດາບັນຫາຫຼັກແຫຼ່ງ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຣານ Mohammad – Javad Zarif ພາຍຫຼັງໄດ້ໄປຮອດ ວຽນ ໃຫ້ຮູ້ວ່າ: ທ່ານເຊື່ອໝັ້ນຕໍ່ຄວາມສາມາດລົງນາມໃນຂໍ້ຕົກລົງຢູ່ ວຽນ ຖ້າຫາກບັນດາປະເທດ ມະຫາອຳນາດບໍ່ໄດ້ຍົກອອກ “ຄຳຮຽກຮ້ອງເກີນຄວນ” ກັບ ອີຣານ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ Philip Hammond ຖືວ່າ: ບັນດາຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ກ່ອນວັນທີ 24/11, ເຖິງຢ່າງໃດກໍ່ຕາມ, ເຕເຮຣານ ຄວນ “ສະແດງເຈດຕະນາດີກ່ວາອີກ” ໃນການເກ້ຍກອມບັນດາຄູ່ຮ່ວມມືກ່ຽວກັບລັກສະນະສັນຕິພາບໃນໂຄງການນິວເຄຼຍຂອງຕົນ.